• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ກຳປູເຈຍ

ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດຢ່າງສູງໃຫ້ແກ່ເລື່ອງປົກປັກຮັກສາ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານກັບ ກຳປູເຈຍ ຢ່າງບໍ່ຢຸດຢັ້ງ.

ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດຢ່າງສູງໃຫ້ແກ່ເລື່ອງປົກປັກຮັກສາ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານກັບ ກຳປູເຈຍ ຢ່າງບໍ່ຢຸດຢັ້ງ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຕ້ອນຮັບທ່ານເຈົ້າຄອງນະຄອນ, ປະທານອົງຄະນະພັກປະຊາຊົນ ກຳປູເຈຍ ນະຄອນຫຼວງ ພະນົມເປັນ (ກຳປູເຈຍ) Khuong Sreng

(ພາບ: TTXVN)

ຕອນບ່າຍວັນທີ 06 ກັນຍາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານເຈົ້າຄອງນະຄອນ, ປະທານອົງຄະນະພັກປະຊາຊົນ ກຳປູເຈຍ ນະຄອນຫຼວງ ພະນົມເປັນ (ກຳປູເຈຍ) Khuong Sreng, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດຢ່າງສູງໃຫ້ແກ່ເລື່ອງປົກປັກຮັກສາ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານກັບ ກຳປູເຈຍ ຢ່າງບໍ່ຢຸດຢັ້ງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 2 ຝ່າຍສືບຕໍ່ພ້ອມກັນຮ່ວມມືຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນຫຼາຍຂົງເຂດ; ປົກປ້ອງ ແລະ ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື; ເພີ່ມທະວີການຮ່ວມມືດ້ານການສຶກສາ, ແລກປ່ຽນວັດທະນະທຳ, ການທ່ອງທ່ຽວ… ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວຈະສົມທົບກັນ, ໜູນຊ່ວຍ ກຳປູເຈຍ ຈັດກອງປະຊຸມສຸດຍອດ ອາຊຽນ 40-41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແລະ ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA Games) ຄັ້ງທີ 32 ປີ 2023 ໃຫ້ບັນລຸຜົນສຳເລັດ.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ອຳນາດການປົກຄອງນະຄອນຫຼວງ ພະນົມເປັນ ສືບຕໍ່ເອົາໃຈໃສ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກເປັນຢ່າງດີທີ່ສຸດ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ໄຂກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ຕີລາຄາສູງຂໍ້ລິເລີ່ມຈັດກອງປະຊຸມ CLV.

Top