• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ໄທ

      ຢູ່ນອກກອງປະຊຸມວົງແຄບ ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (ວົງແຄບ ADMM) ຢູ່ຮ່າໂນ້ຍ, ຕອນບ່າຍວັນທີ 19 ກຸມພາ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ໄຈຈານ ຊ້າງມົງຄົນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄທ. ..

ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ໄຈຈານ ຊ້າງມົງຄົນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄທ (ພາບ: TTXVN)
      ໂດຍສະແດງຄວາມພາກພູມໃຈຕໍ່ບັນດາບາດກ້າວພັດທະນາອັນດີງາມຂອງການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ, ທ່ານ ພົນເອກ ໂງຊວັນລິກ ແລະ ທ່ານພົນເອກ ໄຈຈານ ຊ້າງມົງຄົນ ໄດ້ເຫັນດີເປັນເອກະພາບວ່າ, ໃນໄລຍະຈະມາເຖິງສອງຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຄື: ແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນນາຍທະຫານໜຸ່ມ, ໂອ້ລົມສົນທະນາດ້ານປ້ອງກັນຊາດ, ການຮ່ວມມືຄວາມໝັ້ນຄົງຢູ່ທະເລ...ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.
            ທີ່ການຕ້ອນຮັບ, ທ່ານ ພົນເອກໂງຊວັນລິກ ໄດ້ສົ່ງຄຳເຊື້ອເຊີນບັນດາວິສາຫະກິດດ້ານການທະຫານຂອງ ໄທ ມາເຂົ້າຮ່ວມງານວາງສະແດງສາກົນ ກ່ຽວກັບອຸປະກອນແລະ ອຸດສາຫະກຳດ້ານປ້ອງກັນຊາດທີ່ຈະຈັດຕັ້ງຢູ່ ຫວຽດນາມໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top