• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ນະຄອນໂຮ່ຈີມິນ ກັບບັນດາຄູ່ຮ່ວມມືຕ່າງປະເທດ

      ທ່ານ ຫງວຽນແທັງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ເນັ້ນໜັກວ່າ ໄປຄຽງຄູ່ກັບບັນດາຄວາມມານະພະຍາຍາມ ແລະ ແຫຼ່ງກຳລັງແຮງພາຍໃນ, ທາງນະຄອນມີຄວາມຫວັງຢາກບັນດາຄູ່ຮ່ວມມືສະກົນຮ່ວມແຮງຮ່ວມໃຈ, ຮ່ວມເດີນທາງພ້ອມກັບນະຄອນ ເພື່ອປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ. 
ການພົບປະລະຫວ່າງ ການນຳນະຄອນໂຮ່ຈີມິນ ແລະ ບັນດົງອົງການກົງສູນ, ອົງການຈັດຕັ້ງສາກົນ, ຫ້ອງວ່າການເສດຖະກິດ - ວັດທະນະທຳ
ຢູ່ນະຄອນໂຮ່ຈີມິນ (ພາບ:
 sggp.org.vn)
      ຕອນບ່າຍວັນທີ 14 ເມສາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຈັດການພົບປະລະຫວ່າງການນຳນະຄອນ ແລະ ບັນດົງອົງການກົງສູນ, ອົງການຈັດຕັ້ງສາກົນ, ຫ້ອງວ່າການເສດຖະກິດ - ວັດທະນະທຳ ຢູ່ນະຄອນໂຮ່ຈີມິນ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ກຳນົດທິດການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ນະຄອນ ກັບບັນດາຄູ່ຮ່ວມມືຕ່າງປະເທດ. ແບ່ງປັນຂໍ້ມູນກ່ຽວກັບການກຳນົດທິດການພັດທະນານະຄອນ, ຈຸດສຸມແມ່ນບັນດາແຜນຮ່າງກໍ່ສ້າງຕົວເມືອງອັດສະລິຍະ, ສ້າງສູນການເງິນແຫ່ງຊາດ ແລະ ພັດທະນານະຄອນ ຖູດຶກ, ທ່ານ ຫງວຽນແທັງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ເນັ້ນໜັກວ່າ ໄປຄຽງຄູ່ກັບບັນດາຄວາມມານະພະຍາຍາມ ແລະ ແຫຼ່ງກຳລັງແຮງພາຍໃນ, ທາງນະຄອນມີຄວາມຫວັງຢາກບັນດາຄູ່ຮ່ວມມືສະກົນຮ່ວມແຮງຮ່ວມໃຈ, ຮ່ວມເດີນທາງພ້ອມກັບນະຄອນ ເພື່ອປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ. ການນຳຄະນະ, ບັນດາອົງການ, ອົງການຈັດຕັ້ງສາກົນ ຢູ່ ນະຄອນ ໄດ້ປະຕບັດບົດບາດ ຂົວເຊື່ອມຕໍ່ລະຫວ່າງ ນະຄອນ ໂຮ່ຈີມິນ ກັບ ບັນດານັກລົງທຶນ, ແຂກທ່ອງທ່ຽວຕ່າງປະເທດ ໃຫ້ເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top