• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຣັບ

ທ່ານເອກອັກຄະລັດຖະທູດ ອາຣັບບິ ຊະອຸດິ ເນັ້ນໜັກວ່າ: ອາຣັບບິ ຊະອຸດິ ແລະ ບັນດາປະເທດ ອາຣັບ ຕີລາຄາ ຫວຽດນາມ ແມ່ນຈຸດເດັ່ນກ່ຽວກັບການເຕີບໂຕເສດຖະກິດ, ມີຫຼາຍປະເທດ, ໃນນັ້ນມີບັນດາປະເທດໃນກຸ່ມ ອາຣັບ ເຊື່ອໝັ້ນ, ຖືເປັນສຳຄັນ ແລະ ປາດຖະໜາຢາກຮ່ວມມືແໜ້ນແຟ້ນກ່ວາອີກໃນໄລຍະຈະມາເຖິງ.
  ບັນດາເອກອັກຄະລັດຖະທູດເຂົ້າຮ່ວມເຫດການ (ພາບ: ສະຖານທູດ ອາຣັບບິ ຊາອຸດິ)  

ກ່າວຄຳເຫັນທີ່ການພົບປະລະຫວ່າງບັນດາເອກອັກຄະລັດຖະທູດກຸ່ມ ອາຣັບ ປະຈຳ ຫວຽດນາມ ກັບບັນດາອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳບັນດາປະເທດ ອາຣັບ, ຈັດຂຶ້ນໃນຕອນຄ່ຳວັນທີ 13 ມີນາ, ຢູ່ຮ່າໂນ້ຍ, ທ່ານ Mohammed Ismaeil A. Dahlwy, ເອກອັກຄະລັດຖະທູດ ອາຣັບບິ ຊະອຸດິ ໄດ້ເນັ້ນໜັກວ່າ: ບົນພື້ນຖານການພົວພັນທີ່ເປັນມູນເຊື້ອອັນດີງາມໃນອະດີດຕະການ, ນີ້ແມ່ນໄລຍະເວລາເໝາະສົມເພື່ອນຳການພົວພັນ ຫວຽດນາມ ກັບບັນດາປະເທດໃນກຸ່ມ ອາຣັບ ຂຶ້ນສູ່ລະດັບສູງໃໝ່, ແທດຈິງ ແລະ ເລິກເຊິ່ງ ກ້ວາງຂວາງກ່ວາອີກ. ທ່ານເອກອັກຄະລັດຖະທູດ ອາຣັບບິ ຊະອຸດິ ເນັ້ນໜັກວ່າ: ອາຣັບບິ ຊະອຸດິ ແລະ ບັນດາປະເທດ ອາຣັບ ຕີລາຄາ ຫວຽດນາມ ແມ່ນຈຸດເດັ່ນກ່ຽວກັບການເຕີບໂຕເສດຖະກິດ, ມີຫຼາຍປະເທດ, ໃນນັ້ນມີບັນດາປະເທດໃນກຸ່ມ ອາຣັບ ເຊື່ອໝັ້ນ, ຖືເປັນສຳຄັນ ແລະ ປາດຖະໜາຢາກຮ່ວມມືແໜ້ນແຟ້ນກ່ວາອີກໃນໄລຍະຈະມາເຖິງ. ໃນຂະນະນັ້ນ, ບັນດາປະເທດ ອາຣັບ ມີຄວາມສາມາດບົ່ມຊ້ອນໃນຂົງເຂດເສດຖະກິດ, ການເງິນ, ການຄ້າ. ດັ່ງນັ້ນ, ໃນໄລຍະຈະມາເຖິງ, ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງສອງຝ່າຍແມ່ນໃຫຍ່ຫຼວງທີ່ສຸດ.

ສ່ວນເອກອັກຄະລັດຖະທູດ ບັນດາປະເທດ ອາຣັບ ຢັ້ງຢືນ ຈະມານະພະຍາຍາຈົນສຸດຄວາມສາມາດ ເພື່ອພັດທະນາການພົວພັນກັບ ຫວຽດນາມ ໃຫ້ດີກ່ວາອີກ; ປາດຖະໜາຢາກພ້ອມກັນຮ່ວມມື, ສົມທົບກັນ ແລະ ໄດ້ຮັບການໜູນຊ່ວຍຈາກເພື່ອນມິດ ຫວຽດນາມ ເພື່ອນຳການພົວພັນມິດຕະພາບລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຣັບ ຂຶ້ນສູ່ລະດັບສູງໃໝ່.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທີ່ການພົບປະກັບເຈົ້າຊີວິດ ໂຮນລັງ Willem Alexander Claus George Ferdinand, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າຫວັງວ່າ ພະບໍລົມວົງສານຸວົງ ແລະ ເຈົ້າຊີວິດເອງ ສືບຕໍ່ສະໜັບສະໜູນຍູ້ແຮງການພົວພັນສອງຝ່າຍຢ່າງຮອບດ້ານ.

Top