• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສ.ເຊັກໂກ ໃຫ້ແທດຈິງ, ມີປະສິດທິຜົນ ແລະ ເລິກເຊິ່ງກ່ວາ

ໃນຂອບເຂດການຢ້ຽມຢາມ ສ.ເຊັກໂກ ແຕ່ວັນທີ 22 ຫາວັນທີ 24 ຕຸລາ. ວັນທີ 23 ຕຸລາ, ທ່ານ ເຈິ່ນກວ໊ກເວື້ອງ,  ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ມີບັນດາການພົບປະ ແລະ ເຮັດວຽກກັບການນຳຂອງ ເຊັກໂກ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ໃຫ້ແທດຈິງ, ມີປະສິດທິຜົນ ແລະ ເລິກເຊິ່ງກ່ວາ.

ທ່ານ ເຈິ່ນກວ໊ກເວື້ອງ,  ກຳມະການກົມການເມືອງ,
ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN)

ທີ່ການເຮັດວຽກກັບທ່ານ Jan Hamacek ຮອງນາຍົກລັດຖະມົນຕີຜູ້ທີໜຶ່ງທັງເປັນລັດຖະມົນຕີກະຊວງພາຍໃນ ເຊັກໂກ ພ້ອມທັງເປັນປະທານພັກປະຊາທິປະໄຕສັງຄົມ (CSSD), ທ່ານ ເຈິ່ນກວ໊ກເວື້ອງ ໄດ້ຂອບໃຈລັດຖະບານ ເຊັກໂກ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ໃນວິວັດການເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນ, ພ້ອມທັງສະເໜີໃຫ້ ສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຂອງພົນລະເມືອງ 2 ປະເທດ ແນໃສ່ຊຸກຍູ້ການພັດທະນາການທ່ອງທ່ຽວ, ພົວພັນແລກປ່ຽນປະຊາຊົນ ກໍ່ຄືການແລກປ່ຽນການຄ້າລະຫວ່າງ 2 ປະເທດ.

        ທີ່ການເຮັດວຽກກັບທ່ານ Karel Havlicek ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຊັກໂກ, 2 ຝ່າຍໄດ້ແລກປ່ຽນ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດເສດຖະກິດ - ການຄ້າ, ບຳລຸງສ້າງ ແລະ ຊື້ພາຫະນະອຸປະກອນປ້ອງກັນຊາດ.

        ທີ່ບັນດາການພົບປະ ແລະ ແລກປ່ຽນກັບທ່ານ Vojtech Filip ປະທານພັກກອມມູນິດ ເຊັກໂກ - ໂມຣາວາ (KSCM) ກໍ່ຄືພົບປະເຈລະຈາກັບການນຳພັກ KSCM, 2 ຝ່າຍໄດ້ປຶກສາຫາລືບັນດາມາດຕະການລະອຽດ ແນໃສ່ເພີ່ມທະວີການພົວພັນລະຫວ່າງ 2 ປະເທດ, ໃນນັ້ນ ມີການຮ່ວມມືກ່ຽວກັບຊ່ອງທາງພັກຢ່າງມີປະສິດທິຜົນກ່ວາ.

(ແຫຼ່ງຄັດຈາກ VOV)

ໂຮມ 3 ແຂວງນາມດິງ, ຮ່ານາມ ແລະ ນິງບິ່ງ ເຂົ້າກັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ຕ້ອງການປ່ຽນແປງໃໝ່ຮູບແບບພັດທະນາ ແລະ ຍົກສູງປະສິດທິຜົນຂອງການບໍລິຫານເຂດ

ໂຮມ 3 ແຂວງນາມດິງ, ຮ່ານາມ ແລະ ນິງບິ່ງ ເຂົ້າກັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ຕ້ອງການປ່ຽນແປງໃໝ່ຮູບແບບພັດທະນາ ແລະ ຍົກສູງປະສິດທິຜົນຂອງການບໍລິຫານເຂດ

ຕອນບ່າຍວັນທີ 23 ມິຖຸນານີ້, ຢູ່ນະຄອນ ນາມດິງ, ທ່ານເລຂາທິການໃຫຍ່ ພັກຄອມມູນິດຫວຽດນາມ ໂຕເລີ່ມ ແລະ ຄະນະປະຕິບັດງານສູນກາງ ໄດ້ເຮັດວຽກກັບບັນດາຄະນະປະຈໍາພັກແຂວງ ນາມດິງ, ຮ່ານາມ, ນິງບິ່ງ ກ່ຽວກັບໝາກຜົນການປະຕິບັດມະຕິ, ບົດສະຫຼຸບຂອງຄະນະບໍລິຫານງານສູນກາງພັກ ແລະ ວຽກງານສໍາຄັນຈໍານວນໜຶ່ງກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນບໍລິເວນ 3 ແຂວງ.

Top