• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ຟີລິບປີນ ກ່ວາອີກ

ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິກ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປີນ Delfin Lorenzana ໄດ້ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 10 – 13 ມີນາ. 

ຊຸກຍູ້ການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ຟີລິບປີນ ກ່ວາອີກ

ຕອນເຊົ້າວັນທີ 11 ມີນາ, ພາຍຫລັງພິທີຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດ ຟີລິບປີນ ຢ່າງເປັນທາງການ ໂດຍທ່ານລັດຖະມົນຕີ Delfin Lorenzana ເປັນຫົວໜ້າຄະນະຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີ ໂງຊວນລິກ ໄດ້ດຳເນີນກອງປະຊຸມເຈລະຈາກັບທ່ານລັດຖະມົນຕີ Delfin Lorenzana.

       ທີ່ກອງປະຊຸມເຈລະຈາ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ, ສະພາບການຢູ່ແຕ່ລະປະເທດກໍ່ຄືການພົວພັນດ້ານປ້ອງກັນຊາດ 2 ຝ່າຍໃນໄລຍະຜ່ານມາ, ໃນນັ້ນ ສຸມໃສ່ເນັ້ນໜັກເຖິງບັນດາໝາກຜົນທີ່ບັນລຸໄດ້ ນັບແຕ່ເມື່ອກະຊວງປ້ອງກັນປະເທດ 2 ປະເທດໄດ້ລົງນາມໃນ “ຂໍ້ຕົກລົງກ່ຽວກັບການພົວພັນໃນຂົງເຂດປ້ອງກັນຊາດ” ປີ 2010 ແລະ ນັບແຕ່ເມື່ອ 2 ປະເທດຍົກລະດັບການພົວພັນກາຍເປັນຄູ່ຮ່ວມມືຍຸດທະສາດໃນປີ 2015. ທ່ານລັດຖະມົນຕີ ໂງຊວນລິກ ແລະ ທ່ານລັດຖະມົນຕີ Delfin Lorenzana ໄດ້ເຫັນດີເປັນເອກະພາບຊຸກຍູ້ການພົວພັນລະຫວ່າງ 2 ກະຊວງປ້ອງກັນປະເທດໃນໄລຍະຈະມາເຖິງກ່ວາອີກ, ເປັນຕົ້ນແມ່ນຮັກສາການພົບປະ, ແລກປ່ຽນ, ປຶກສາຫາລື, ສະໜັບສະໜູນຂໍ້ລິເລີ່ມຂອງກັນຢູ່ບັນດາເວທີປາໄສຫລາຍຝ່າຍເປັນປະຈຳ. ຟີລິບປີນ ສະໜັບສະໜູນ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວ ແລະ ກອງປະຊຸມການທະຫານ - ປ້ອງກັນຊາດ ເມື່ອ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2020; ຊຸກຍູ້ການຮ່ວມມືໃນບາງຂົງເຂດຄື: ພົບປະແລກປ່ຽນນາຍທະຫານໜຸ່ມ, ອຸດສາຫະກຳປ້ອງກັນຊາດ, ຄວາມໝັ້ນຄົງບໍ່ແມ່ນການທະຫານ, ກອງທັບອາກາດ, ເສນາຮັກ.

(ແຫຼ່ງຄັດຈາກ VOV)


IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top