ຂ່າວສານ
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ໃຫ້ພັດທະນາຢ່າງເຂັ້ມແຂງ, ແທ້ຈິງ, ມີປະສິດທິຜົນ
ໂດຍຕອບຮັບຄຳເຊີນຂອງ ທ່ານ Mikhail Mishustin, ນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ແຕ່ວັນທີ 22 – 25 ມີນາ. ຕາມທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ການຢ້ຽມຢາມຄັ້ງນີ້ແມ່ນບາດກ້າວຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງ ຫວຽດນາມ ຢ່າງແທ້ຈິງ.
“ການຢ້ຽມຢາມຄັ້ງນີ້ມີຄວາມໝາຍຢ່າງຮອບດ້ານ ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ໃຫ້ສືບຕໍ່ພັດທະນາຢ່າງເຂັ້ມແຂງ, ແທ້ຈິງ, ມີປະສິດທິຜົນ ແລະ ຍືນຍົງໃນໄລຍະຈະມາເຖິງ. 2 ຝ່າຍຈະແລກປ່ຽນບັນດາການກຳນົດທິດໃຫຍ່ໃນໄລຍະຈະມາເຖິງ, ໃນນັ້ນມີການເປີດ ແລະ ເລີ່ມເຄື່ອນໄຫວບັນດາໂຄງການຮ່ວມມືລະອຽດ ຮັບໃຊ້ເປົ້າໝາຍການພັດທະນາໃນປະຈຸບັນຂອງ ຫວຽດນາມ, ຄື: ພະລັງງານໃໝ່, ພື້ນຖານໂຄງລ່າງ ແລະ ເຊື່ອມຕໍ່ທາງຄົມມະນາຄົມ, ເຕັກໂນໂລຊີສູງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ…”








