
ພາບປະກອບຈາກ Vietnam+
ໃນໂທລະເລກຂອບໃຈຝາກເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈິ້ນຜິງ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເຊື່ອໝັ້ນວ່າ ບັນດາຄວາມຮັບຮູ້ລວມເຊິ່ງທັງ 2 ຝ່າຍບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຈີນ ພັດທະນາເປັນປົກກະຕິ, ປອດໄສ ແລະ ໝັ້ນຄົງ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ຢູ່ໃນໂລກ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ຫວຽດນາມ ຊົມເຊີຍຂໍ້ລິເລີ່ມ “ຂອບອ້ອມ ແລະ ແລວທາງ” ພ້ອມກັບບັນດາຄວາມມານະພະຍາຍາມຊຸກຍູ້ການຮ່ວມສຳພັນເສດຖະກິດ, ເຊື່ອມຕໍ່ພາກພື້ນ ແລະ ຈະປະກອບສ່ວນຕັ້ງໜ້າເພື່ອຜົນປະໂຫຍດລວມຂອງປະເທດຕ່າງໆ.
(ແຫຼ່ງຄັດຈາກ VOV)