• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອາຊຽນ-ອີຢູກວ່າອີກ

      ທ່ານຮອງລັດຖະມົນຕີສະເໜີໃຫ້ ອີຢູ ຈົ່ງຮັບປະກັບໃຫ້ບັນດາປະເທດອາຊຽນ ສຳຜັດກັບວັກຊິນຢູ່ພາກພື້ນ, ພ້ອມກັນນັ້ນກໍ່ສົມທົບກັນຊຸກຍູ້ການຟື້ນຟູ ແລະ ການເຕີບໂຕເສດຖະກິດ, ການພັດທະນາຂຽວ ແລະ ຍືນຍົງ.
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າ SOM ASEAN ຫວຽດນາມ ໄດ້ເຂົ້າຮ່ວມວາລະປະຊຸມ
(ພາບ: baoquocte.vn)
      ວາລະປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ - ອີຢູ ໄດ້ຈັດທາງອອນລາຍໃນວັນທີ 08 ກໍລະກົດ. ນີ້ແມ່ນວາລະປະຊຸມປະຈຳປີບັນດາຮອງລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ເພື່ອແນໃສ່ຕີລາຄາຄືນ ແລະ ກຳນົດທິດການພົວພັນ, ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ (PMC) ອາຊຽນ - ອີຢູ ເຊິ່ງຈະດຳເນີນໃນເດືອນ ສິງຫາ 2021. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າ SOM ASEAN ຫວຽດນາມ ໄດ້ເຂົ້າຮ່ວມວາລະປະຊຸມ.
        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສຳຄັນ ແລະ ຈະຕັ້ງໜ້າປະກອບສ່ວນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ອີຢູ. ໂດຍຕີລາຄາສູງການໜູນຊ່ວຍຢ່າງຕັ້ງໜ້າ, ມີປະສິດທິຜົນຂອງ ອີຢູ, ທ່ານຮອງລັດຖະມົນຕີສະເໜີໃຫ້ ອີຢູ ຈົ່ງຮັບປະກັບໃຫ້ບັນດາປະເທດອາຊຽນ ສຳຜັດກັບວັກຊິນຢູ່ພາກພື້ນ, ພ້ອມກັນນັ້ນກໍ່ສົມທົບກັນຊຸກຍູ້ການຟື້ນຟູ ແລະ ການເຕີບໂຕເສດຖະກິດ, ການພັດທະນາຂຽວ ແລະ ຍືນຍົງ.
        ແບ່ງປັນຄຳເຫັນທີ່ວາລະປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ສະເໜີໃຫ້ ອີຢູ ສືບຕໍ່ການແຊກເຂົ້າ ແລະ ປະກອບສ່ວນເຂົ້າໃນບັນດາການສ້າງຄວາມມານະພະຍາຍາມຂອງອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ມີຕໍ່ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ. ທ່ານຮອງລັດຖະມົນຕີໄດ້ຢືນຢັນຄືນໃໝ່ຫຼັກໝັ້ນຂອງ ອາຊຽນ ກ່ຽວກັບບັນດາບັນຫາຢູ່ທະເລຕາເວັນອອກ, ສະເໜີໃຫ້ ອີຢູ ຈົ່ງສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ທະເລຕາເວັນອອກ.
 (ແຫຼ່ງຄັດຈາກ VOV)
 

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top