• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳ ຫວຽດນາມ - ລາວ ຢ່າງຟົດຟື້ນ, ແທດຈິງ

ທ່ານສະເໜີໃຫ້ບັນດາອົງການຂອງ 2 ປະເທດສືບຕໍ່ຍົກສູງຄຸນນະພາບບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ສ້າງກຳລັງແຜ່ຂະຫຍາຍ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນທຸກຊັ້ນວັນນະ.
(ທີ່ການຕ້ອນຮັບ)

ຕອນບ່າຍວັນທີ 10 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ ແລະ ທ່ານຮອງປະທານສູນກາງແນວ ລາວ ສ້າງຊາດ ນາງ ອິນລາວັນ ແກ້ວບຸນພັນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ລາວ, ເອົາໃຈໃສ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ຢູ່ ລາວ ທຳມາຫາກິນ, ດຳລົງຊີວິດ, ຮໍ່່າຮຽນ, ປະຕິບັດງານຢູ່ ລາວ. ທ່ານສະເໜີໃຫ້ບັນດາອົງການຂອງ 2 ປະເທດສືບຕໍ່ຍົກສູງຄຸນນະພາບບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ສ້າງກຳລັງແຜ່ຂະຫຍາຍ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ; ຈັດການພົບປະແລກປ່ຽນວັດທະນະທຳໃຫ້ຫຼາຍກວ່າເກົ່າ; ສຶກສາມູນເຊື້ອສາມັກຄີ, ປະຫວັດສາດວັດທະນະທຳເປັນເອກະລັກສະເພາະຂອງແຕ່ລະຝ່າຍໃຫ້ລຸ້ນຕ່າງໆ. ທ່ານກໍ່ສະເໜີວ່າ, ໃນປີ 2025, 2 ຝ່າຍຕ້ອງສົມທົບກັນຢ່າງແໜ້ນແຟ້ນໃນການຈັດບັນດາເຫດການໃຫຍ່ຂອງ 2 ປະເທດໃຫ້ບັນລຸຜົນສຳເລັດ, ຄື: ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ; ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງປະເທດສປປ ລາວ ແລະ ສະເຫຼີມສະຫຼອງ 105 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ; ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ; 80 ປີແຫ່ງວັນສ້າງຕັ້ງປະເທດ ສສ.ຫວຽດນາມ; 135 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ແລະ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ອິນເຕີແນັດດາວທຽມ Starlink ໄດ້ຮັບໃບອະນຸຍາດເຄື່ອນໄຫວຢູ່ ຫວຽດນາມ ຢ່າງເປັນທາງການ

ອິນເຕີແນັດດາວທຽມ Starlink ໄດ້ຮັບໃບອະນຸຍາດເຄື່ອນໄຫວຢູ່ ຫວຽດນາມ ຢ່າງເປັນທາງການ

ຕາມຂໍ້ມູນຈາກກົມຄວາມຖີ່ວິທະຍຸໂທລະພາບເອເລັກໂຕນິກ ທີ່ປະກາດໃນວັນທີ 14 ກຸມພາ ແລ້ວ, ໃນໄລຍະທຳອິດ, Starlink Services ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍທີ່ສຸດແມ່ນ 600.000 ເຄື່ອງອຸປະກອນຢູ່ ຫວຽດນາມ ແລະ ເຄົາລົບຂໍ້ກຳນົດດ້ານກົດໝາຍຢ່າງຄົບຖ້ວນ.

Top