ຂ່າວສານ
ຊີວະປະຫວັດຫຍໍ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເກີດວັນທີ 10 ກໍລະກົດ 1957. ບ້ານເກີດ: ຕາແສງ ເຫງ້ຍຈຸ, ແຂວງຮຶງອຽນ
ທ່ານເປັນກຳມະການສູນກາງພັກ 4 ຊຸດຢ່າງຕໍ່ເນື່ອງ, ແຕ່ຊຸດທີ XI ຫາ ຊຸດທີ XIV, ເປັນກຳມະການກົມການເມືອງ 3 ຊຸດແຕ່ຊຸດທີ XII ຫາ ຊຸດທີ XIV, ສະມາຊິກສະພາແຫ່ງຊາດ 3 ຊຸດແຕ່ຊຸດທີ XIV ຫາຊຸດທີ XVI.
ພາຍຫຼັງຮຽນຈົບໂຮງຮຽນຕຳຫຼວດສູນກາງ, ເປັນຈຸບັນແມ່ນສະຖາບັນຄວາມໝັ້ນຄົງປະຊາຊົນ, ທ່ານເຮັດວຽກຢູ່ກົມປ້ອງກັນການເມືອງ 1, ຫຼັງຈາກນັ້ນດຳລົງບັນດາຕຳແໜ່ງຄື: ຮອງຫົວໜ້າກົມປົກປ້ອງການເມືອງ 1, ຫົວໜ້າກົມປົກປ້ອງການເມືອງ 3, ກົມໃຫຍ່ປ້ອງກັນຄວາມສະຫງົບ. ປີ 2009, ທ່ານດຳລົງຕຳແໜ່ງເປັນຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ 1.
ກ່ອນທີ່ຈະດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງຕຳຫຼວດແຕ່ເດືອນເມສາປີ 2016, ທ່ານດຳລົງຕຳແໜ່ງເປັນຮອງລັດຖະມົນຕີເປັນເວລາ 6 ປີ.
ຕົ້ນປີ 2019, ທ່ານໄດ້ເລື່ອນຊັ້ນຂຶ້ນເປັນພົນເອກ.
ເດືອນພຶດສະພາປີ 2024, ສະພາແຫ່ງຊາດໄດ້ເລືອກເອົາທ່ານດຳລົງຕຳແໜ່ງປະທານປະເທດ, ຫຼັງຈາກນັ້ນ 3 ເດືອນ ຄະນະບໍລິຫານງານສູນກາງພັກຊຸດທີ XIII ເລືອກຕັ້ງທ່ານດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ທ່ານດຳລົງສອງຕຳແໜ່ງໃນໄລຍະສັ້ນ, ຫຼັງຈາກນັ້ນດຳລົງຕຳແໜ່ງເລຂາທິການໃຫຍ່ແຕ່ເດືອນ ຕຸລາ 2024 ມາຮອດປັດຈຸບັນ.
ເວລາຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ໄດ້ຊີ້ນຳນຳພາ, ປະກາດໃຊ້ຫຼາຍນະໂຍບາຍຊີ້ຂາດໃຫຍ່, ວາງເປົ້າໝາຍຮອດປີ 2030 ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.








