ຂ່າວສານ ປະຊາຊົນເຂັ້ມແຂງ - ປະເທດຊາດພັດທະນາ 07/04/2026 ເຫດການແມ່ນການເຄື່ອນໄຫວໂຄສະນາເພື່ອແນໃສ່ຫັນ ການກຳທິດຈາກ “ການປິ່ນປົວພະຍາດ” ມາເປັນ “ການປ້ອງກັນພະຍາດ” ການສະແດງສິລະປະທີ່ລາຍການ (ພາບ: VOV)ຕອນຄ່ຳວັນທີ 5 ເມສາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກປະສານສົມທົບກັບ ສະຖານີໂທລະພາບ ຫວຽດນາມ ຈັດຕັ້ງລາຍການສິລະປະການເມືອງ ດ້ວຍຫົວຂໍ້ “ປະຊາຊົນເຂັ້ມແຂງ - ປະເທດຊາດພັດທະນາ” ຕອບສະໜອງວັນເພື່ອສຸຂະພາບທົ່ວປວງຊົນຄັ້ງທຳອິດ 7 ເມສາ. ເຫດການແມ່ນການເຄື່ອນໄຫວໂຄສະນາເພື່ອແນໃສ່ຫັນ ການກຳທິດຈາກ “ການປິ່ນປົວພະຍາດ” ມາເປັນ “ການປ້ອງກັນພະຍາດ”, ຕາມເນື້ອໃນຈິດໃຈມະຕິເລກທີ 72 ຂອງກົມການເມືອງວ່າດ້ວຍການປ້ອງກັນ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນໃຫ້ເປັນລະອຽດ. ລາຍການດັ່ງກ່າວໄດ້ຈັດເປັນສາມພາກ, ສ່ອງແສງບັນດາເສົາຄ້ຳຂອງລະບົບສາທາລະນະສຸກ ແລະ ວິທີເຂົ້າເຖິງການເບິ່ງແຍງດຸແລສຸຂະພາບໃໝ່. ພາກທີໜຶ່ງ “ຄວາມມານະພະຍາຍາມຂອງຂະແໜງສາທາລະນະສຸກ - ເບິ່ງແຍງດຸແລຍົກສູງສຸຂະພາບຂອງປະຊາຄົມ”. ພາກທີສອງ ແນະນຳບັນດາຮູບແບບທ່ານໝໍພ້ອມກັບປະຊາຊົນດຳລົງຊີວິດໃຫ້ມີສຸຂະພາບເຂັ້ມແຂງ ພົນເດັ່ນແມ່ນວິທີການເຮັດວຽກຂອງການແພດຮາກຖານຢູ່ແຂວງ ດົ່ງນາຍໃນການສ້າງຮູບແບບຊຸມຊົນດຳລົງຊີວິດດ້ວຍສຸຂະພາບເຂັ້ມແຂງຢູ່ຂັ້ນຕາແສງ. ພາກທີສາມ ມຸ່ງໄປເຖິງການສ້າງວັດທະນະທຳດຳລົງຊີວິດທີ່ມີສຸຂະພາບເຂັ້ມແຂງໃນປະຊາຊົນ. (ແຫຼ່ງຄັດຈາກ VOV)

ເຫດການແມ່ນການເຄື່ອນໄຫວໂຄສະນາເພື່ອແນໃສ່ຫັນ ການກຳທິດຈາກ “ການປິ່ນປົວພະຍາດ” ມາເປັນ “ການປ້ອງກັນພະຍາດ” ການສະແດງສິລະປະທີ່ລາຍການ (ພາບ: VOV)ຕອນຄ່ຳວັນທີ 5 ເມສາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກປະສານສົມທົບກັບ ສະຖານີໂທລະພາບ ຫວຽດນາມ ຈັດຕັ້ງລາຍການສິລະປະການເມືອງ ດ້ວຍຫົວຂໍ້ “ປະຊາຊົນເຂັ້ມແຂງ - ປະເທດຊາດພັດທະນາ” ຕອບສະໜອງວັນເພື່ອສຸຂະພາບທົ່ວປວງຊົນຄັ້ງທຳອິດ 7 ເມສາ. ເຫດການແມ່ນການເຄື່ອນໄຫວໂຄສະນາເພື່ອແນໃສ່ຫັນ ການກຳທິດຈາກ “ການປິ່ນປົວພະຍາດ” ມາເປັນ “ການປ້ອງກັນພະຍາດ”, ຕາມເນື້ອໃນຈິດໃຈມະຕິເລກທີ 72 ຂອງກົມການເມືອງວ່າດ້ວຍການປ້ອງກັນ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນໃຫ້ເປັນລະອຽດ. ລາຍການດັ່ງກ່າວໄດ້ຈັດເປັນສາມພາກ, ສ່ອງແສງບັນດາເສົາຄ້ຳຂອງລະບົບສາທາລະນະສຸກ ແລະ ວິທີເຂົ້າເຖິງການເບິ່ງແຍງດຸແລສຸຂະພາບໃໝ່. ພາກທີໜຶ່ງ “ຄວາມມານະພະຍາຍາມຂອງຂະແໜງສາທາລະນະສຸກ - ເບິ່ງແຍງດຸແລຍົກສູງສຸຂະພາບຂອງປະຊາຄົມ”. ພາກທີສອງ ແນະນຳບັນດາຮູບແບບທ່ານໝໍພ້ອມກັບປະຊາຊົນດຳລົງຊີວິດໃຫ້ມີສຸຂະພາບເຂັ້ມແຂງ ພົນເດັ່ນແມ່ນວິທີການເຮັດວຽກຂອງການແພດຮາກຖານຢູ່ແຂວງ ດົ່ງນາຍໃນການສ້າງຮູບແບບຊຸມຊົນດຳລົງຊີວິດດ້ວຍສຸຂະພາບເຂັ້ມແຂງຢູ່ຂັ້ນຕາແສງ. ພາກທີສາມ ມຸ່ງໄປເຖິງການສ້າງວັດທະນະທຳດຳລົງຊີວິດທີ່ມີສຸຂະພາບເຂັ້ມແຂງໃນປະຊາຊົນ.
ບັນດາບົດຕໍ່ໄປ AI Day 2026: ຊຸກຍູ້ຄວາມອາດສາມາດ AI ໃຫ້ຫວຽດນາມ ໃນສັງກາດເສດຖະກິດປະຍາປະດິດ07/04/2026ຂ່າວສານAI Day 2026 ແມ່ນເວທີປາໄສເຕົ້າໂຮມຫຼາຍອັດຕະພາບ, ສ້າງບໍລິເວນແລກປ່ຽນ, ແບ່ງປັນບົດຮຽນປະສົບການ ແລະ ສະເໜີຂໍ້ສະເໜີໝູນໃຊ້ປັນຍາປະດິດໃນບັນດາຂົງເຂດວິຊາສະເພາະ. ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 6,76 ລ້ານເທື່ອຄົນໃນໄຕມາດທີ 107/04/2026ຂ່າວສານຟີລິບປິນ ຢັ້ງຢືນການພົວພັນກັບ ມຽນມາ ພາຍຫຼັງທ່ານ Min Aung Hlaing ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ07/04/2026ຂ່າວສານຫວຽດນາມ ແລະ ຈີນຍູ້ແຮງການຮ່ວມມືຮອບດ້ານ, ໜູນຊ່ວຍເຊິ່ງກັນແລະກັນເພື່ອພ້ອມກັນພັດທະນາ07/04/2026ຂ່າວສານໄຂກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຊຸດທີ 1606/04/2026ຂ່າວສານບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ອວຍພອນປີໃໝ່ລາວ (ພສ.2569)06/04/2026ຂ່າວສານທ່ານເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ຈະໄປຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ06/04/2026ຂ່າວສານ ອ່ານເພີ່ມ