ກະຊວງພາຍໃນ ຊີຣີ ຖະແຫຼງວ່າ, ຄຳສັ່ງພາວະສຸກເສີນຢູ່ນະຄອນ Latakia, ມີຜົນສັກສິດແຕ່ເວລາ 17 ໂມງ 00 ນາທີຂອງວັນທີ 30 ທັນວາ ຫາ 6 ໂມງ 00 ນາທີຂອງວັນທີ 31 ທັນວາ (ຕາມເວລາທ້ອງຖິ່ນ). ຄຳສັ່ງພາວະສຸກເສີນໄດ້ຮັບການປະກາດໃຊ້ພາຍຫຼັງທີ່ສ່ວນບຸກຄົນຈຳນວນໜຶ່ງບຸກໂຈມຕີເຂົ້າບັນດາເຂດຊຸມຊົນທີ່ມີຊາວ Alawite ດໍາລົງຊີວິດຢູ່ເປັນສ່ວນໃຫຍ່.
ວັນທີ 29 ທັນວາ, ວົງການເຈົ້າໜ້າທີ່ ຊີຣີ ໃຫ້ຮູ້ວ່າ, ກຳລັງທະຫານ ໄດ້ເພີ່ມທະວີການຜັນຂະຫຍາຍໃນຄຸ້ມຖະໜົນຈຳນວນໜຶ່ງຢູ່ນະຄອນ Latakia, ຄືເປັນສ່ວນໜຶ່ງຂອງບັນດາມາດຕະການ ແນໃສ່ຕິດຕາມກວດກາສະພາບການຕົວຈິງ, ເພີ່ມທະວີຄວາມໝັ້ນຄົງ ແລະ ສະຖຽນລະພາບ, ກໍຄືຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ຊັບສິນ.







