ຂ່າວສານ
ຊີມາກາຍ - ເມືອງທຳອິດໃນທົ່ວປະເທດປະຕິບັດສຳເລັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ
ປີນີ້, ເປັນຄັ້ງທຳອິດທີ່ຄອບຄົວ ທ່ານ ຈາງແຊວແມ່ງ, ຊາວເຜົ່າມົ້ງ ຢູ່ບ້ານ ລາວຈ໋າຍ, ຕາແສງ ກວານໂຮ່ເຖິນ, ເມືອງ ຊີມາກາຍ, ແຂວງ ລາວກາຍ ໄດ້ຕ້ອນຮັບບຸນເຕັດໃນເຮືອນຫຼັງໃໝ່ທີ່ຖາວອນ, ສະອາດງາມຕາ. ໂດຍໄດ້ຮັບການໜູນຊ່ວຍເງິນຈຳນວນ 60 ລ້ານດົ່ງ ຈາກລັດ, ກູ້ຢືມເງິນນຳທະນາຄານ 50 ລ້ານດົ່ງ ໂດຍບໍ່ເສຍຄ່າດອກເບ້ຍພາຍໃນ 5 ປີ, ທ່ານ ແມ່ງ ກໍໄດ້ປຸກສ້າງເຮືອນຫຼັງໃໝ່ດ້ວຍມູນຄ່າ 280 ລ້ານດົ່ງ. ເຮືອນຫຼັງນີ້ກວ້າງຂວາງພໍສົມຄວນ, ມີບ່ອນເກັບແຮທັນຍາຫານ, ມີຫ້ອງນອນໃຫ້ສະມາຊິກທັງ 7 ຄົນໃນຄອບຄົວ.
“ເມື່ອໄດ້ຮັບຂ່າວວ່າ ລັດໜູນຊ່ວຍເງິນຈຳນວນ 60 ລ້ານ ຕາມໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ, ຂ້າພະເຈົ້າກໍໄດ້ປຶກສາຫາລືກັບລູກຊາຍ, ລູກໃພ້ ແລ້ວຕັດສິນໃຈປຸກສ້າງເຮືອນ. ເມື່ອມີເຮືອນຢູ່ຖາວອນແລ້ວ, ຍາມເກີດພະຍຸນ້ຳຖ້ວມ, ຂ້າພະເຈົ້າກໍອຸ່ນອ່ຽນໃຈກວ່າ, ແລ້ວຝາກລູກເມຍໃຫ້ນຳພໍ່ປູ່ແມ່ຍ່າ ໄປເຮັດວຽກຢູ່ໄກເພື່ອຫາລາຍຮັບທີ່ສູງກວ່າ ມາຊຳລະໜີ້ໃຫ້ພີ່ນ້ອງ ແລະ ທະນາຄານນະໂຍບາຍ”.
ຄອບຄົວເອື້ອຍ ຢ່າງທິເປີ່ລ່າ, ຢູ່ບ້ານ ລາວຈ໋າຍ, ຕາແສງ ກວານໂຮ່ເຖິນ, ເມືອງ ຊີມາກາຍ ກໍໄດ້ຮັບການໜູນຊ່ວຍເງິນຈາກລັດເພື່ອລົບລ້າງເຮືອນຢູ່ຊົ່ວຄາວ. ເມື່ອຢູ່ໃນເຮືອນຫຼັງໃໝ່ທີ່ກວ້າງຂວາງງາມຕາ, ຖາວອນ, ເອື້ອຍ ຢ່າງທິເປີລ່າ ຕື້ນຕັນໃຈແບ່ງປັນວ່າ ບໍ່ຈັກວ່າເທົ່າໃດປີທີ່ຕ້ອງຢູ່ເຮືອນແຄບໆ, ຕ່ຳຊື້ນ, ຄອບຄົວເອື້ອຍຍາມໃດກໍເປັນຫ່ວງຍາມເກີດຝົນຕົກ, ລົມແຮງ. ເອື້ອຍ ຢ່າງທິເປີລ່າ ແບ່ງປັນຕື່ມອີກວ່າ:
“ໂດຍໄດ້ຢູ່ໃນເຮືອນຫຼັງໃໝ່, ຄອບຄົວຂ້າພະເຈົ້າດີໃຈຫຼາຍ. ຂອບໃຈລັດ ທີ່ໄດ້ໃຫ້ການຊ່ວຍເຫຼືອຄອບຄົວຂ້າພະເຈົ້າເຮັດເຮືອນ. ຍ້ອນສິ່ງດັ່ງກ່າວ ຊີວິດການເປັນຢູ່ຂອງຄອບຄົວຈຶ່ງດີຂຶ້ນ, ມີເງື່ອນໄຂພັດທະນາເສດຖະກິດຄອບຄົວ”.
ຕາມການສະຖິຕິຂອງຄະນະກຳມະການປະຊາຊົນເມືອງ ຊີມາກາຍ ແລ້ວ, ໃນໄລຍະ 2021 – 2025, ໃນບໍລິເວນເມືອງ ມີເຮືອນຊົ່ວຄາວກວ່າ 1.182 ຫຼັງ ຕ້ອງການການຊ່ວຍເຫຼືອ (ໝາຍຄວາມວ່າກວມເອົາ 1/8 ຈຳນວນຄອບຄົວທັງໝົດໃນບໍລິເວນເມືອງ). ເພື່ອໃຫ້ພໍ່ແມ່ປະຊາຊົນມີຊີວິດທີ່ເປັນປົກກະຕິໂດຍໄວ, ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນບໍລິເວນ, ອຳນາດການປົກຄອງທຸກຂັ້ນຢູ່ເມືອງ ຊີມາກາຍ ໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກກ່ຽວກັບແຫຼ່ງທຶນ, ທີ່ດິນ, ແກ້ໄຂຈຸດອຸດຕັນທາງຈິດຕະສາດທີ່ວ່າ ເລືອກປີປຸກສ້າງເຮືອນຕາມອາຍຸຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ. ດັ່ງນັ້ນ, ນັບແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງທີ XVIII ມາຮອດປັດຈຸບັນ, ຊີມາກາຍ ໄດ້ປະຕິບັດການລົບລ້າງເຮືອນຢູ່ຊົ່ວຄາວ 100% ດ້ວຍແຫຼ່ງເງິນລະດົມຮັບໃຊ້ວຽກງານຊ່ວຍເຫຼືອປຸກສ້າງເຮືອນ ລວມມູນຄ່າກວ່າ 137 ຕື້ດົ່ງ (ເກືອບ 5,4 ລ້ານ USD). ທ່ານ ຫງວຽນຈູງກຽນ, ຮອງປະທານຄະນະກຳມະການປະຊາຊົນເມືອງ ຊີມາກາຍ, ໃຫ້ຮູ້ວ່າ:
“ໂດຍປະຕິບັດແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນທົ່ວປະເທດ, ເມືອງຊີມາກາຍ ເວົ້າສະເພາະ ແລະ ແຂວງ ລາວກາຍ ເວົ້າລວມ ໄດ້ມານະພະຍາຍາມປະຕິບັດເປົ້າໝາຍດັ່ງກ່າວຢ່າງຕັ້ງໜ້າ. ນອກຈາກຈຳນວນເງິນໜູນຊ່ວຍຈາກລັດແລ້ວ, ພວກຂ້າພະເຈົ້າເຫັນວ່າຍັງມີຄວາມຫຍຸ້ງຍາກ, ຂໍ້ຕິດຄັດຫຼາຍຢ່າງຢູ່ທ້ອງຖິ່ນ ທີ່ຈະຕ້ອງຊອກຫາວິທີແກ້ໄຂ. ຄວາມຫຍຸ້ງຍາກຂອງປະຊາຊົນແມ່ນບໍ່ມີເງິນສົມທົບເພື່ອປຸກສ້າງເຮືອນ. ພວກຂ້າພະເຈົ້າໄດ້ເລືອກເອົາບັນດາຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກເພື່ອໂຄສະນາ, ຂົນຂວາຍປຸກລະດົມບັນດາຜູ້ໃຈບຸນໃຈກຸສົນ, ອົງການຈັດຕັ້ງ, ສ່ວນບຸກຄົນຮ່ວມແຮງຮ່ວມໃຈປະກອບກຳລັງເຫື່ອແຮງໃຫ້ແຕ່ລະຄອບຄົວ. ພວກຂ້າພະເຈົ້າກໍໂຄສະນາ, ຂົນຂວາຍບັນດາທະນາຄານ, ເຊັ່ນ: ທະນາຄານນະໂຍບາຍ, ທະນາຄານກະສິກຳ, ບັນດາອົງການສິນເຊື່ອເພື່ອໃຫ້ການຊ່ວຍເຫຼືອບັນດາຄອບຄົວທີ່ຍັງບໍ່ທັນມີເງິນພໍສົມທົບ ສາມາດກູ້ຢືມມາປຸກສ້າງເຮືອນໄດ້”.
ເລື່ອງປະຕິບັດສຳເລັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນບໍລິເວນເມືອງ ຊີມາກາຍ ບໍ່ພຽງແຕ່ຊ່ວຍໃຫ້ຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ ມີບ່ອນຢູ່ຖາວອນ, ມີຄວາມອຸ່ນອ່ຽນໃຈອອກແຮງງານທຳການຜະລິດ, ສ້າງກຳລັງໜູນບືນຕົວຂຶ້ນໃນຊີວິດເທົ່ານັ້ນ, ຫາກຍັງມີບົດບາດສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການຊ່ວຍໜູນສັງຄົມ, ສ້າງຊົນນະບົດໃໝ່, ປະກອບສ່ວນຫຼຸດຜ່ອນອັດຕາຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກ.
ໂດຍແມ່ນເມືອງທຸກຍາກ ແຕ່ດ້ວຍຄວາມມານະພະຍາຍາມຂອງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ, ຊີມາກາຍ ໄດ້ນຳໜ້າໃນວຽກງານລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ. ຊີມາກາຍ ກາຍເປັນທ້ອງຖິ່ນທຳອິດຂອງ ລາວກາຍ ແລະ ບັນດາເມືອງຂອງທົ່ວປະເທດທີ່ປະຕິບັດສຳເລັດເປົ້າໝາຍດັ່ງກ່າວກ່ອນກຳນົດໃນແຜນການ 6 ເດືອນ ໂດຍແຂວງ ລາວກາຍ ວາງອອກ (ວັນທີ 31 ພຶດສະພາ 2025) ແລະ ກ່ອນ 11 ເດືອນ ເມື່ອທຽບໃສ່ແຜນການຂອງທົ່ວປະເທດ (ວັນທີ 31 ທັນວາ 2025)./.