ຂ່າວສານ

ຊີ​ມາ​ກາຍ - ເມືອງ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວ​ຄາວ, ເຮືອນ​ຮົ່ວ​ເພ

ໂດຍນອນໃນບັນຊີລາຍຊື່ບັນດາເມືອງທີ່ທຸກຍາກທີ່ສຸດໃນທົ່ວປະເທດ ແຕ່ມາຮອດປັດຈຸບັນ, ຊີມາກາຍ (ແຂວງ ລາວກາຍ) ໄດ້ປະຕິບັດສຳເລັດແຜນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ.
ເຮືອນຂອງເອື້ອຍ ຢາທິເປີ ຫາກໍໄດ້ຮັບການກໍ່ສ້າງສຳເລັດ

ປີນີ້, ເປັນຄັ້ງທຳອິດທີ່ຄອບຄົວ ທ່ານ ຈາງແຊວແມ່ງ, ຊາວເຜົ່າມົ້ງ ຢູ່ບ້ານ ລາວຈ໋າຍ, ຕາແສງ ກວານໂຮ່ເຖິນ, ເມືອງ ຊີມາກາຍ, ແຂວງ ລາວກາຍ ໄດ້ຕ້ອນຮັບບຸນເຕັດໃນເຮືອນຫຼັງໃໝ່ທີ່ຖາວອນ, ສະອາດງາມຕາ. ໂດຍໄດ້ຮັບການໜູນຊ່ວຍເງິນຈຳນວນ 60 ລ້ານດົ່ງ ຈາກລັດ, ກູ້ຢືມເງິນນຳທະນາຄານ 50 ລ້ານດົ່ງ ໂດຍບໍ່ເສຍຄ່າດອກເບ້ຍພາຍໃນ 5 ປີ, ທ່ານ ແມ່ງ ກໍໄດ້ປຸກສ້າງເຮືອນຫຼັງໃໝ່ດ້ວຍມູນຄ່າ 280 ລ້ານດົ່ງ. ເຮືອນຫຼັງນີ້ກວ້າງຂວາງພໍສົມຄວນ, ມີບ່ອນເກັບແຮທັນຍາຫານ, ມີຫ້ອງນອນໃຫ້ສະມາຊິກທັງ 7 ຄົນໃນຄອບຄົວ.

“ເມື່ອໄດ້ຮັບຂ່າວວ່າ ລັດໜູນຊ່ວຍເງິນຈຳນວນ 60 ລ້ານ ຕາມໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ, ຂ້າພະເຈົ້າກໍໄດ້ປຶກສາຫາລືກັບລູກຊາຍ, ລູກໃພ້ ແລ້ວຕັດສິນໃຈປຸກສ້າງເຮືອນ. ເມື່ອມີເຮືອນຢູ່ຖາວອນແລ້ວ, ຍາມເກີດພະຍຸນ້ຳຖ້ວມ, ຂ້າພະເຈົ້າກໍອຸ່ນອ່ຽນໃຈກວ່າ, ແລ້ວຝາກລູກເມຍໃຫ້ນຳພໍ່ປູ່ແມ່ຍ່າ ໄປເຮັດວຽກຢູ່ໄກເພື່ອຫາລາຍຮັບທີ່ສູງກວ່າ ມາຊຳລະໜີ້ໃຫ້ພີ່ນ້ອງ ແລະ ທະນາຄານນະໂຍບາຍ”.

ຄອບຄົວເອື້ອຍ ຢ່າງທິເປີ່ລ່າ, ຢູ່ບ້ານ ລາວຈ໋າຍ, ຕາແສງ ກວານໂຮ່ເຖິນ, ເມືອງ ຊີມາກາຍ ກໍໄດ້ຮັບການໜູນຊ່ວຍເງິນຈາກລັດເພື່ອລົບລ້າງເຮືອນຢູ່ຊົ່ວຄາວ. ເມື່ອຢູ່ໃນເຮືອນຫຼັງໃໝ່ທີ່ກວ້າງຂວາງງາມຕາ, ຖາວອນ, ເອື້ອຍ ຢ່າງທິເປີລ່າ ຕື້ນຕັນໃຈແບ່ງປັນວ່າ ບໍ່ຈັກວ່າເທົ່າໃດປີທີ່ຕ້ອງຢູ່ເຮືອນແຄບໆ, ຕ່ຳຊື້ນ, ຄອບຄົວເອື້ອຍຍາມໃດກໍເປັນຫ່ວງຍາມເກີດຝົນຕົກ, ລົມແຮງ. ເອື້ອຍ ຢ່າງທິເປີລ່າ ແບ່ງປັນຕື່ມອີກວ່າ:

“ໂດຍໄດ້ຢູ່ໃນເຮືອນຫຼັງໃໝ່, ຄອບຄົວຂ້າພະເຈົ້າດີໃຈຫຼາຍ. ຂອບໃຈລັດ ທີ່ໄດ້ໃຫ້ການຊ່ວຍເຫຼືອຄອບຄົວຂ້າພະເຈົ້າເຮັດເຮືອນ. ຍ້ອນສິ່ງດັ່ງກ່າວ ຊີວິດການເປັນຢູ່ຂອງຄອບຄົວຈຶ່ງດີຂຶ້ນ, ມີເງື່ອນໄຂພັດທະນາເສດຖະກິດຄອບຄົວ”.

ຕາມການສະຖິຕິຂອງຄະນະກຳມະການປະຊາຊົນເມືອງ ຊີມາກາຍ ແລ້ວ, ໃນໄລຍະ 2021 – 2025, ໃນບໍລິເວນເມືອງ ມີເຮືອນຊົ່ວຄາວກວ່າ 1.182 ຫຼັງ ຕ້ອງການການຊ່ວຍເຫຼືອ (ໝາຍຄວາມວ່າກວມເອົາ 1/8 ຈຳນວນຄອບຄົວທັງໝົດໃນບໍລິເວນເມືອງ). ເພື່ອໃຫ້ພໍ່ແມ່ປະຊາຊົນມີຊີວິດທີ່ເປັນປົກກະຕິໂດຍໄວ, ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນບໍລິເວນ, ອຳນາດການປົກຄອງທຸກຂັ້ນຢູ່ເມືອງ ຊີມາກາຍ ໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກກ່ຽວກັບແຫຼ່ງທຶນ, ທີ່ດິນ, ແກ້ໄຂຈຸດອຸດຕັນທາງຈິດຕະສາດທີ່ວ່າ ເລືອກປີປຸກສ້າງເຮືອນຕາມອາຍຸຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ. ດັ່ງນັ້ນ, ນັບແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງທີ XVIII ມາຮອດປັດຈຸບັນ, ຊີມາກາຍ ໄດ້ປະຕິບັດການລົບລ້າງເຮືອນຢູ່ຊົ່ວຄາວ 100% ດ້ວຍແຫຼ່ງເງິນລະດົມຮັບໃຊ້ວຽກງານຊ່ວຍເຫຼືອປຸກສ້າງເຮືອນ ລວມມູນຄ່າກວ່າ 137 ຕື້ດົ່ງ (ເກືອບ 5,4 ລ້ານ USD). ທ່ານ ຫງວຽນຈູງກຽນ, ຮອງປະທານຄະນະກຳມະການປະຊາຊົນເມືອງ ຊີມາກາຍ, ໃຫ້ຮູ້ວ່າ:

“ໂດຍປະຕິບັດແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນທົ່ວປະເທດ, ເມືອງຊີມາກາຍ ເວົ້າສະເພາະ ແລະ ແຂວງ ລາວກາຍ ເວົ້າລວມ ໄດ້ມານະພະຍາຍາມປະຕິບັດເປົ້າໝາຍດັ່ງກ່າວຢ່າງຕັ້ງໜ້າ. ນອກຈາກຈຳນວນເງິນໜູນຊ່ວຍຈາກລັດແລ້ວ, ພວກຂ້າພະເຈົ້າເຫັນວ່າຍັງມີຄວາມຫຍຸ້ງຍາກ, ຂໍ້ຕິດຄັດຫຼາຍຢ່າງຢູ່ທ້ອງຖິ່ນ ທີ່ຈະຕ້ອງຊອກຫາວິທີແກ້ໄຂ. ຄວາມຫຍຸ້ງຍາກຂອງປະຊາຊົນແມ່ນບໍ່ມີເງິນສົມທົບເພື່ອປຸກສ້າງເຮືອນ. ພວກຂ້າພະເຈົ້າໄດ້ເລືອກເອົາບັນດາຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກເພື່ອໂຄສະນາ, ຂົນຂວາຍປຸກລະດົມບັນດາຜູ້ໃຈບຸນໃຈກຸສົນ, ອົງການຈັດຕັ້ງ, ສ່ວນບຸກຄົນຮ່ວມແຮງຮ່ວມໃຈປະກອບກຳລັງເຫື່ອແຮງໃຫ້ແຕ່ລະຄອບຄົວ. ພວກຂ້າພະເຈົ້າກໍໂຄສະນາ, ຂົນຂວາຍບັນດາທະນາຄານ, ເຊັ່ນ: ທະນາຄານນະໂຍບາຍ, ທະນາຄານກະສິກຳ, ບັນດາອົງການສິນເຊື່ອເພື່ອໃຫ້ການຊ່ວຍເຫຼືອບັນດາຄອບຄົວທີ່ຍັງບໍ່ທັນມີເງິນພໍສົມທົບ ສາມາດກູ້ຢືມມາປຸກສ້າງເຮືອນໄດ້.

ເລື່ອງປະຕິບັດສຳເລັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນບໍລິເວນເມືອງ ຊີມາກາຍ ບໍ່ພຽງແຕ່ຊ່ວຍໃຫ້ຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ ມີບ່ອນຢູ່ຖາວອນ, ມີຄວາມອຸ່ນອ່ຽນໃຈອອກແຮງງານທຳການຜະລິດ, ສ້າງກຳລັງໜູນບືນຕົວຂຶ້ນໃນຊີວິດເທົ່ານັ້ນ, ຫາກຍັງມີບົດບາດສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການຊ່ວຍໜູນສັງຄົມ, ສ້າງຊົນນະບົດໃໝ່, ປະກອບສ່ວນຫຼຸດຜ່ອນອັດຕາຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກ.

ໂດຍແມ່ນເມືອງທຸກຍາກ ແຕ່ດ້ວຍຄວາມມານະພະຍາຍາມຂອງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ, ຊີມາກາຍ ໄດ້ນຳໜ້າໃນວຽກງານລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ. ຊີມາກາຍ ກາຍເປັນທ້ອງຖິ່ນທຳອິດຂອງ ລາວກາຍ ແລະ ບັນດາເມືອງຂອງທົ່ວປະເທດທີ່ປະຕິບັດສຳເລັດເປົ້າໝາຍດັ່ງກ່າວກ່ອນກຳນົດໃນແຜນການ 6 ເດືອນ ໂດຍແຂວງ ລາວກາຍ ວາງອອກ (ວັນທີ 31 ພຶດສະພາ 2025) ແລະ ກ່ອນ 11 ເດືອນ ເມື່ອທຽບໃສ່ແຜນການຂອງທົ່ວປະເທດ (ວັນທີ 31 ທັນວາ 2025)./.


top