• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ ອາ​ໄລ​ຫາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ລາວ ເວົ້າລວມ, ຢູ່ນະຄອນຫຼວງ ວຽງຈັນ ເວົ້າສະເພາະ, ແມ່ນໜຶ່ງໃນບັນດາປະຊາຄົມທີ່ເປັນກຽດ ໄດ້ຕ້ອນຮັບ ແລະ ພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມາຢ້ຽມຢາມ ແລະ ເຮັດວຽກຫຼາຍຄັ້ງຢູ່ ລາວ. ໃນຄວາມຊົງຈຳຂອງຫຼາຍໆຄົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍເປັນຄົນໃກ້ຊິດສະໜິດສະໜົມ, ລຽບງ່າຍ ແລະ ຮັກແພງພໍ່ແມ່ພີ່ນ້ອງ.
ປ້າ ບ້ຽນທິກີ໋, ຊາວ ຫວຽດນາມ ອາໄສຢູ່ ລາວ

ເມື່ອແບ່ງປັນກ່ຽວກັບອະນຸສອນໄດ້ພົບປະກັບທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໃນການຢ້ຽມຢາມ ລາວ ຄັ້ງຕ່າງໆ, ປ້າ ບ້ຽນທິກີ໋, ຊາວ ຫວຽດນາມ ອາໄສຢູ່ ລາວ ບໍ່ສາມາດຊຸກເຊື່ອງຄວາມຕື້ນຕັນໃຈເມື່ອພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ລາວ ໄດ້ຮັບຄວາມເອົາໃຈໃສ່ ແລະ ການໃຫ້ກຳລັງໃຈຈາກທ່ານເລຂາທິການໃຫຍ່:

“ແຕ່ລະເທື່ອມາຢ້ຽມຢາມປະເທດ ລາວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍຄິດເຖິງລູກຫຼານຊາວ ຫວຽດນາມ ອາໄສຢູ່ລາວ. ພວກຂ້າພະເຈົ້າໄດ້ຮັບຟັງຄຳບອກສອນອັນຮັກແພງຂອງທ່ານເລຂາທິການໃຫຍ່, ກໍຄືເລື່ອງລາວກ່ຽວກັບບ້ານເກີດເມືອງນອນຂອງຕົນທີ່ນັບມື້ນັບພັດທະນາ, ເນື່ອງຈາກນັ້ນ ຍິ່ງເຮັດໃຫ້ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ລາວ ຄືພວກຂ້າພະເຈົ້າ, ຜູ້ທີ່ຫ່າງໄກຈາກບ້ານເກີດເມືອງນອນ, ຍາມໃດກໍຢາກອວ່າຍໜ້າເມືອຫາປະເທດຊາດທີ່ຮັກແພງ”

ສຳລັບປ້າ ຈິ້ງທິຖາວ ຊາວ ຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສ້າງພາບພົດອັນເລິກເຊິ່ງກ່ຽວກັບການນຳຜູ້ໃກ້ຊິດສະໜິດສະໜົມກັບປະຊາຊົນ.

ຄວາມປະທັບໃຈທີ່ສຸດ ເຮັດໃຫ້ພວກຂ້າພະເຈົ້າບໍ່ສາມາດລືມໄດ້ ນັ້ນແມ່ນ ຄຳເວົ້າຂອງລຸງ ທີ່ວ່າ: “ປະຊາຄົມພວກເຮົາຕ້ອງຮັກແພງເຊິ່ງກັນ ແລະ ກັນ, ສາມັກຄີ ແລະ ມະຫາສາມັກຄີ”. ຈົນຮອດປັດຈຸບັນນີ້, ຄຳເວົ້າເຫຼົ່ານັ້ນຍັງຊຶມເລິກໃນຈິດສຳນຶກຂອງພວກຂ້າພະເຈົ້າ ແລະ ຈະບໍ່ມີວັນລືມ”.

ທ່ານ ເຈິ່ນວັນບາງ, ຜູ້ອຳນວຍການບໍລິສັດ ຮຸ່ງເຮືອງ ໃຫ້ຮູ້ວ່າ ພາຍຫຼັງໄດ້ຮັບຟັງການໂອ້ລົມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບນ້ຳໃຈສາມັກຄີທົ່ວປວງຊົນທັງຊາດໃນການຢ້ຽມຢາມ ລາວ ຄັ້ງຕ່າງໆນັ້ນ, ທ່ານມີຄວາມຮັບຮູ້ຢ່າງເລິກເຊິ່ງກວ່າ ແລະ ເຊື່ອມຕໍ່ກັບອະດີດນັກສຶກສາ ຫວຽດນາມ ເຄີຍຮ່ຳຮຽນຢູ່ ລາວ ເພື່ອສ້າງບໍລິສັດ ແລະ ໄດ້ປະສົບຜົນສຳເລັດຫຼາຍຢ່າງ. ທ່ານ ແບ່ງປັນວ່າ:

“ຂ້າພະເຈົ້າຍັງຈື່ບັນດາຄຳເວົ້າຈາກນ້ຳໃສໃຈຈິງ, ອົບອຸ່ນ, ລຽບງ່າຍ ແລະ ສະໜິດສະໜົມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໂດຍສະເພາະແມ່ນບັນດາຄຳບອກສອນຂອງເພິ່ນ ກ່ຽວກັບການເສີມຂະຫຍາຍມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດ ໃນພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແຕ່ລະຄົນ, ວິສາຫະກິດ ຫວຽດນາມ ນັ້ນ ແມ່ນມີຄວາມສຳຄັນທີ່ສຸດເພື່ອສ້າງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ພັດທະນາ ແລະ ຜາສຸກ.”


(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top