• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວ ຫວຽດນາມ ນຳສີສັນຊາດອອກສູ່ທົ່ວຫ້າທະວີບໃນໂລກ

      ເພື່ອການຮ່ຳຮຽນເຮັດວຽກທຳມາຫາກິນຊາວ ຫວຽດນາມ ຫລາຍຄົນຕ້ອງໄປຢູ່ຫ່າງໄກຈາກບ້ານເກີດເມືອງນອນພະເນຈອນ ໄປທົ່ວທຸກທະວີບ ໃນໂລກເຖິງວ່າຊີວິດການເປັນຢູ່ປະສົບກັບຄວາມຫຍຸ້ງຍາກລຳບາກ ແນວໃດກໍ່ຕາມແຕ່ເຂົາເຈົ້າກໍ່ຍັງຮັກສາພາບພົດແຫ່ງບ້ານເກີດເມືອງນອນກົກເຄົ້າເຫງົ້າກໍບົດຂຽນຂອງນັກຂ່າວ VOV.
            ຢູ່ດິນແດນແຫ່ງປະເທດ ລາວ ມີໝູ່ບ້ານຊາວຫວຽດນາມ ແຫ່ງໜຶ່ງ ດ້ວຍຮູບພາບຕົ້ນໄຮ, ທ່ານ້ຳ, ເດີ່ນສາລາ ທີ່ຍັງຄົງຕົວຈົນຮອດທຸກວັນນີ້ ເຊິ່ງມີອາຍຸນັບ ຮ້ອຍກ່ວາປີແລ້ວ. ນັ້ນແມ່ນບ້ານ ຊຽງວາງ, ຂຶ້ນກັບບໍລິເວນເມືອງ ໜອງບົກ, ແຂວງຊາຍແດນ ຄຳມ່ວນ, ຕິດກັບປະເທດໄທ. ເຖິງວ່າຜ່ານໄລຍະປະຫວັດສາດເປັນເວລາຫລາຍປີແລ້ວກໍ່ຕາມ, ແຕ່ປະຊາຊົນທີ່ດຳລົງຊີວິດຢູ່ບ້ານ ນີ້ ຍັງຮັກສາ ພາສາປາກເວົ້າ, ວິຖີ ດຳລົງຊີວິດ ແລະ ຮີດຄອງປະເພນີວັດທະນະທຳຂອງຊາວ ຫວຽດນາມ. ເຮືອນຊານໄດ້ປຸກສ້າງດ້ວຍໄມ້ແບບລຽບງ່າຍ. ຢູ່ອ້ອມແອ້ມເຮືອນແມ່ນສວນຜັກ, ໄຮ່ນາຕາກ້າ, ຄອງເໝືອງ ແລະ ບັນດາຕົ້ນງີ້ວໃຫຍ່ອາຍຸຫຼາຍປີ ຊຶ່ງ 3 ຄົນໂອບກໍ່ບໍ່ຮອບ. ຢູ່ລຽບຕາມແຄມຝັ່ງແມ່ນ້ຳຂອງ ກໍ່ມີສຸມໄມ້ໄຜ່, ຕົ້ນໝາກລຳໄຍ, ຕົ້ນໝາກມ່ວງ ພັດເອນໄປເອນມາຕາມສາຍລົມ. ຊາວຫວຽດນາມ ຢູ່ບ້ານນີ້ ນອກຈາກເຮັດກະສິກຳແລ້ວ, ເຂົາເຈົ້າຍັງຮັກສາ ອາຊີບຫັດຖະກຳພື້ນເມືອງຂອງບັນພະບຸລຸດ ຢູ່ ຫວຽດນາມ ໄວ້ໄດ້ ເປັນຕົ້ນແມ່ນອາຊີບເຮັດເຂົ້າໜົມປ່ານ (ບັນກາຍ), ເສັ້ນເຟີແຫ້ງ…

ພໍ່ຕູ້ ດັ້ງວັນຮົ່ງ, ອາຍຸເກືອບ 90 ປີ, ຢູ່ບ້ານ ຊຽງວາງ
      ພໍ່ຕູ້ ດັ້ງວັນຮົ່ງ, ອາຍຸເກືອບ 90 ປີ, ຢູ່ບ້ານ ຊຽງວາງ ແບ່ງປັນວ່າ: ຊາວ ຫວຽດນາມ ມີນິດໄສ ດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ບໍ່ຍອມຜ່າຍແພ້, ຖອຍຫລັງຕໍ່ຄວາມຫຍຸ້ງຍາກ. ຍິ່ງໄປກ່ວານັ້ນ, ດ້ວຍຈິດໃຈສາມັກຄີ, ໜູນຊ່ວຍເຊິ່ງກັນແລະກັນ, ປະຊາຊົນຢູ່ບ້ານນີ້ ໄດ້ດຳລົງຊີວິດເປັນປົກກະຕິ, ພັດທະນາ ເຊິ່ງຍັງຮັກສາໄດ້ສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດຫວຽດນາມໄວ້ ໃນຕະຫລອດ 100 ປີທີ່ຜ່ານມາ. ພໍ່ຕູ້ ດັ້ງວັນຮົ່ງ ໃຫ້ຮູ້ວ່າ:
            “ໃນບ້ານມີຄົນເສຍຊີວິດນັ້ນປະຊາຊົນໃນທົ່ວບ້ານກໍ່ຮ່ວມແຮງຮ່ວມໃຈກັນ ເພື່ອທຳພິທີຝັງສົບນັບທັງຜູ້ທີ່ໄປທຳມາຫາກິນຢູ່ບັນດາແຂວງນະຄອນອື່ນ ກໍ່ກັບມາບ້ານປະຊາຊົນມີຄວາມສາມັກຄີກັນທີ່ສຸດ ແລະ ຮັກສາມູນເຊື້ອຄວາມສາມັກຄີນີ້ໄວ້ໄດ້ເປັນຢ່າງດີ.”

ອ້າຍ ເຈິ່ນຕ໊ວນອານ, ປະລິນຍາໂທດ້ານດົນຕີ
      ຊາວ ຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ບໍ່ພຽງແຕ່ຮັກສາຄວາມງາມຂອງວັດທະນະທຳແຫ່ງຊາດໄວ້ໃຫ້ຄົງຄຸນຄ່າເດີມນຳຕົວເອງເທົ່ານັ້ນ ຫາກຍັງໄດ້ແຜ່ຂະຫຍາຍໃຫ້ຫລາຍຄົນໄດ້ຮູ້ຈັກຢ່າງກ້ວາງຂວາງ ຕື່ມອີກ. ອ້າຍ ເຈິ່ນຕ໊ວນອານ, ປະລິນຍາໂທດ້ານດົນຕີ, ປະຈຸບັນພວມດຳລົງຊີວິດຢູ່ ອາເມລິກາ ມີຜົນງານດີເລີດ ເຄີຍຍາດໄດ້ລາງວັນທີໜຶ່ງ, ທີສອງຢູ່ທີ່ງານປະກວດດົນຕີສາກົນ ຄັ້ງຕ່າງໆ. ອ້າຍ ເຈິ່ນຕ໊ວນອານ, ມີໂອກາດໄດ້ໄປສະແດງດີດ guitar ຢູ່ຫລາຍປະເທດໃນໂລກ ແລະ ບໍ່ວ່າຢູ່ແຫ່ງຫົນ ໃດທີ່ລາວໄດ້ໄປນັ້ນ, ລາວກໍ່ຈະສະແດງບົດດົນຕີຂອງ ຫວຽດນາມ ໜຶ່ງຫາສອງບົດ. ອ້າຍ ເຈິ່ນຕ໊ວນອານ ໃຫ້ຮູ້ວ່າ:
            “ຂ້າພະເຈົ້າເຄີຍສະແດງບົດ “ແບວຢາດໄມໂຈຍ”, “ເງື່ອຍເອີຍເງື່ອຍເອີ໋ດຶ່ງເວ” ແລະ ຫວ່າງແລ້ວນີ້ ແມ່ນບົດ “ເມືອ ແລະ ນຸ໊ຍຣຶ່ງໄຕງວຽນ” ຂອງນັກປະພັນດົນຕີ ຫງວຽນງອັກລອງໃນລາຍການສະແດງຂອງຕົນຍາມໃດ ຂ້າພະເຈົ້າ ກໍ່ຂັບຮ້ອງບາງເພງກ່ຽວກັບບ້ານເກີດເມືອງນອນຂອງຕົນ ເພື່ອເຮັດໃຫ້ທຸກຄົນມີຄວາມເຂົ້າໃຈວ່າ ເຮົາມາແຕ່ປະເທດໃດ ແລະ ຜູ້ຊົມທີ່ເປັນຊາວຕ່າງປະເທດນັ້ນ  ເຂົາເຈົ້າກໍ່ຈະເຂົ້າໃຈໄດ້ວ່າ ລາຍການຂອງຕົນມີຄວາມໝາຍຄືແນວໃດຜູ້ຊົມມີຄວາມເບີກບານສຳລານໃຈທີ່ສຸດ ເມື່ອໄດ້ຮັບຟັງບັນດາບົດເພງກ່ຽວກັບ ຫວຽດນາມ.
            ຢາກເວົ້າໃຫ້ທົ່ວໂລກຮັບຮູ້ວ່າ “ຂ້າພະເຈົ້າເປັນຊາວ ຫວຽດນາມ” ແລະ ເຮັດໃຫ້ຜູ້ຊົມທີ່ເປັນຊາວຕ່າງປະເທດ ມີຄວາມຮັບຮູ້ເຖິງວັດທະນະທຳ ຫວຽດນາມ, ແມ່ນຄວາມມານະພະຍາຍາມ, ຄວາມເອກອ້າງທະນົງໃຈຂອງຊາວ ຫວຽດນາມ ຫລາຍຄົນ  ທີ່ອາໄສຢູ່ຕ່າງປະເທດ. ທ່ານນາງປະລິນຍາເອກ ທ໊າຍກິມລານ ສອນຢູ່ ສ.ເຢຍລະມັນ ເມື່ອລາວຂຶ້ນຫ້ອງສອນຍາມໃດ ລາວກໍ່ນຸ່ງແຕ່ຊຸດເສື້ອຍາວ . ທ່ານນາງປະລິນຍາເອກ ທ໊າຍກິມລານ ແບ່ງປັນວ່າ:
            “ໃນເວລາຂຶ້ນຫ້ອງສອນ ບາງເທື່ອອາດຈະແມ່ນຊ່ວງເວລາທີ່ໄດ້ຮັບຄວາມຮັກແພງທີ່ສຸດຈາກນັກສຶກສາຂອງຂ້າພະເຈົ້າ ເມື່ອຂ້າພະເຈົ້ານຸ່ງຊຸດເສື້ອຍາວຍ້ອນເຂົາເຈົ້າຖືວ່າ ນັ້ນແມ່ນຄວາມເອກອ້າງທະນົງໃຈສຳລັບເຂົາເຈົ້າ ເມື່ອເຂົາເຈົ້າໄດ້ຮຽນນຳຄູສອນທີ່ເປັນຊາວຕ່າງປະເທດ ນຸ່ງຊຸດສຸພາບດ້ວຍສີສັນຂອງຊາດຕົນຂ້າພະເຈົ້າເຫັນວ່າ ຖ້າຮັກສາໄດ້ສີສັນຂອງຕົນ ຈະສ້າງຜົນສຳເລັດໃຫ້ແກ່ຕົນເອງ.
            ນັກອອກແບບ ມິງແຮ້ງ ໄດ້ນຳລວດລາຍແຜ່ນແພພື້ນເມືອງເຂົ້າໃນການອອກແບບຂອງຕົນ. ບັນດາການອອກແບບຂອງລາວ ໄດ້ນຳໄປສະແດງຢູ່ສຳນັກງານສະຫະປະຊາຊາດຢູ່ ເຊີແນວ, ປະເທດ ສະວິດ ກໍ່ຄືຫລາຍເວທີສະແດງແຟຊັນໃນໂລກ ແລະ ໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ບັນດານັກວັດທະນະທຳໃນໂລກ. ນັກອອກແບບ ມິງແຮ້ງ ໃຫ້ຮູ້ວ່າ:
            “ຂ້າພະເຈົ້າບໍ່ສາມາດນຳຜະລິດຕະພັນທີ່ມີສີສັນຂອງ 54 ຊົນເຜົ່າທັງໝົດມາສະແດງໄດ້ ແຕ່ບັນດາຊົນເຜົ່າທີ່ມີເອກະລັກສະເພາະທີ່ສຸດບັນດາຜະລິດຕະພັນທີ່ມີສີສັນທີ່ເປັນເອກະລັກສະເພາະເໝາະສົມກັບທ່າອ່ຽງແຟຊັນໃນປັດຈຸບັນທີ່ສຸດ ຂ້າພະເຈົ້າຈຶ່ງນຳເຂົ້າໃນຊຸດສະແດງຂອງຕົນ.

ບັນດາການອອກແບບຂອງລາວ ໄດ້ນຳໄປສະແດງຢູ່ສຳນັກງານສະຫະປະຊາຊາດຢູ່ ເຊີແນວ, ປະເທດ ສະວິດ 
      ບັນດາລູກຫຼານຊາວ ຫວຽດນາມ ພວມດຸໝັ້ນຂະຫຍັນພຽນທັງເວັນ ແລະ ຄືນ ເພື່ອນຳຄຳທີ່ວ່າ “ຫວຽດນາມ” ທີ່ຮັກແພງ ແລະ ເອກອ້າງທະນົງໃຈອອກສູ່ໂລກ ດ້ວຍບັນດາການອຸທິດສ່ວນຂອງຕົນ. ເດີນຕາມບາດກ້າວຂອງເຂົາເຈົ້າ, ມູນເຊື້ອວັດທະນະທຳອັນດີງາມຂອງ ຫວຽດນາມ ພວມຍັບເຂົ້າໃກ້ກ່ວາກັບເພື່ອນມິດ ທົ່ວ 5 ທະວີບໃນໂລກ./.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top