ຂ່າວສານ ຊາວເຂົ້າເມືອງແບບຜິດກົດໝາຍ ໄດ້ຮັບເງິນສົດເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ 07/05/2025 ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 USD ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ. ເຮືອບິນຂົນສົ່ງການທະຫານ ອາເມລິກາ ສົ່ງຊາວເຂົ້າເມືອງຜິດກົດໝາຍອອກຈາກ ອາເມລິກາ (ພາບ: New York Times)ວັນທີ 05 ພຶດສະພາ, ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກແຈ້ງການວ່າ ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 USD ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ. ຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ແລ້ວ, ນອກຈາກຈຳນວນເງິນ 1.000 USD, ຊາວເຂົ້າເມືອງແບບຜິດກົດໝາຍແຕ່ລະຄົນຍັງໄດ້ຮັບການໜູນຊ່ວຍກ່ຽວກັບຄ່າເດີນທາງ, ອາດຈະແມ່ນປີ້ຍົນ, ເພື່ອສະໝັກໃຈອອກຈາກ ອາເມລິກາ. ຕາມກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ແລ້ວ, ບ້ວງເງິນດັ່ງກ່າວ ຍັງຕ່ຳກວ່າລາຍຈ່າຍໃນການເນລະເທດຊາວເຂົ້າເມືອງແບບຜິດກົດໝາຍ ເຊິ່ງລວມມີບັນດາການຈັບຕົວ, ກັກຂັງຊົ່ວຄາວ ແລະ ເນລະເທດ, ດ້ວຍມູນຄ່າທັງໝົດອາດຈະຂຶ້ນເຖິງ 17.000 USD. ນັບແຕ່ເມື່ອຮັບດຳລົງຕຳແໜ່ງເມື່ອເດືອນ ມັງກອນ, ທ່ານປະທານາທິບໍດີ Donald Trump ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເນລະເທດຊາວເຂົ້າເມືອງແບບຜິດກົດໝາຍນັບລ້ານຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ອາເມລິກາ. ໄລ່ມາຮອດປັດຈຸບັນ, ມີ 152.000 ຄົນ ຖືກເນລະເທດໄປຍັງຄຸກຕັ້ງຢູ່ອ່າວ Guantanamo ແລະ El Salvador. (ແຫຼ່ງຄັດຈາກ VOV)

ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 USD ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ. ເຮືອບິນຂົນສົ່ງການທະຫານ ອາເມລິກາ ສົ່ງຊາວເຂົ້າເມືອງຜິດກົດໝາຍອອກຈາກ ອາເມລິກາ (ພາບ: New York Times)ວັນທີ 05 ພຶດສະພາ, ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກແຈ້ງການວ່າ ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 USD ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ. ຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ແລ້ວ, ນອກຈາກຈຳນວນເງິນ 1.000 USD, ຊາວເຂົ້າເມືອງແບບຜິດກົດໝາຍແຕ່ລະຄົນຍັງໄດ້ຮັບການໜູນຊ່ວຍກ່ຽວກັບຄ່າເດີນທາງ, ອາດຈະແມ່ນປີ້ຍົນ, ເພື່ອສະໝັກໃຈອອກຈາກ ອາເມລິກາ. ຕາມກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ແລ້ວ, ບ້ວງເງິນດັ່ງກ່າວ ຍັງຕ່ຳກວ່າລາຍຈ່າຍໃນການເນລະເທດຊາວເຂົ້າເມືອງແບບຜິດກົດໝາຍ ເຊິ່ງລວມມີບັນດາການຈັບຕົວ, ກັກຂັງຊົ່ວຄາວ ແລະ ເນລະເທດ, ດ້ວຍມູນຄ່າທັງໝົດອາດຈະຂຶ້ນເຖິງ 17.000 USD. ນັບແຕ່ເມື່ອຮັບດຳລົງຕຳແໜ່ງເມື່ອເດືອນ ມັງກອນ, ທ່ານປະທານາທິບໍດີ Donald Trump ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເນລະເທດຊາວເຂົ້າເມືອງແບບຜິດກົດໝາຍນັບລ້ານຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ອາເມລິກາ. ໄລ່ມາຮອດປັດຈຸບັນ, ມີ 152.000 ຄົນ ຖືກເນລະເທດໄປຍັງຄຸກຕັ້ງຢູ່ອ່າວ Guantanamo ແລະ El Salvador.
ບັນດາບົດຕໍ່ໄປ ສິດເສລີໃນການເຊື່ອຖືສາສະຫນາ ສັງເກດຈາກ ວັນບຸນວິສາຂະບູຊາ Vesak 202508/05/2025ຂ່າວສານວັນບຸນວິສາຂະບູຊາ ສະຫະປະຊາຊາດ ປີ 2025 (Vesak 2025) ດຳເນີນຢູ່ ນະຄອນ ໂຮ່ຈິມິນ ແຕ່ວັນທີ 6-8 ພຶດສະພາ ໄດ້ຢັ້ງຢືນຕໍ່ກັບປະຊາຄົມສາກົນກ່ຽວກັບນະໂຍບາຍສະເຫມີຕົ້ນສະເຫມີປາຍໃນການເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ສາສະຫນາຂອງພັກ ແລະ ລັດ ຫວຽດນາມ. ເຫດການນີ້ກໍ່ເປັນການພິສູດໃຫ້ເຫັນພຶດຕິກຳຕົວຈິງຂອງຄວາມເສລີໃນການເຄື່ອນໄຫວດ້ານສາສະຫນາຢູ່ ຫວຽດນາມ, ກ່ຽວກັບບັນດາບາດກ້າວທີ່ແທດຈິງໃນການຮັບປະກັນສິດທິມະນຸດ. ຫວຽດນາມ ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ08/05/2025ຂ່າວສານສ້າງກົນໄກ, ນະໂຍບາຍພິເສດສະເພາະເພື່ອພັດທະນາເສດຖະກິດເອກະຊົນ08/05/2025ຂ່າວສານເຈົ້າໜ້າທີ່ ອາເມລິກາ, ຈີນ ກະກຽມພົບປະກັນເພື່ອເລີ່ມຕົ້ນການເຈລະຈາດ້ານການຄ້າ08/05/2025ຂ່າວສານຊຸກຍູ້ການຮ່ວມມືຍາວນານ, ມີປະສິດທິຜົນ ລະຫວ່າງ ຫວຽດນາມ ກັບ ສະຫະພັນ ລັດເຊຍ ແລະ ສ.ເບລາຣຸດ08/05/2025ຂ່າວສານພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບຢູ່ປະເທດ ໄທ08/05/2025ຂ່າວສານຫຼາຍປະເທດຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ08/05/2025ຂ່າວສານ ອ່ານເພີ່ມ