ວັນທີ 17 ພຶດສະພາ, ຢູ່ນະຄອນຫຼວງ ບາງກອກ ຂອງໄທ, ສະຖານທູດ ຫວຽດນາມ ປະຈຳ ໄທໄດ້ຈັດການພົບປະກັບປັນຍາຊົນ, ນັກຊ່ຽວຊານ ແລະ ນັກສຶກສາ ຫວຽດນາມ ຄັ້ງທີ 2. ນີ້ແມ່ນເຫດການທີ່ມີຄວາມໝາຍເນື່ອງໃນໂອກາດວັນ ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ຫວຽດນາມ (18 ພຶດສະພາ). ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ຟ້າມວຽດຮຸ່ງ ຢັ້ງຢືນວ່າ:
ພັກ ແລະ ລັດ ມີຫຼາຍແຜນນະໂຍບາຍສຳຄັນເນັ້ນໜັ້ກກ່ຽວກັບລະດັບຄວາມສຳຄັນຂອງວິທະຍາສາດເຕັກໂນໂລຢີ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ເຄີຍກ່າວເນັ້ນໜັກວ່າ ຕ້ອງສ້າງບັນດາການກະທຳບຸກທະລຸ, ແຜ່ກະຈາຍໝາກຜົນ, ຫັນປ່ຽນຢ່າງແຮງຈາກຈິນຕະນາການຄຸ້ມຄອງ ມາເປັນຈິນຕະນາການສ້າງຄວາມສະດວກພັດທະນາ, ພ້ອມທັງສົ່ງເສີມບັນດາກົນໄກທົດລອງ, ຍອມຮັບປ່ຽນແປງໃໝ່ ແລະ ຊຸກຍູ້ຢ່າງແຮງການຫັນເປັນດີຈີຕອນແຫ່ງຊາດ.
ຢູ່ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ວິເຄາະທ່າແຮງຂອງປັນຍາຊົນ ຫວຽດນາມ ຢູ່ ໄທ ຕິດພັນກັບຄວາມຕ້ອງການພັດທະນາພາຍໃນປະເທດ ແລະ ການພົວພັນສອງຝ່າຍ. ເນື້ອໃນປຶກສາຫາລືສຸມໃສ່ເຂົ້າຂົງເຂດພື້ນຖານໂຄງລ່າງດີຈີຕອນ, ຄຸ້ມຄອງຂໍ້ມູນພົນລະເມືອງ, ຄົ້ນຫາຕົ້ນກຳເນີນດຜະລິດຕະພັນກະເສດ, ສິນໃນນ້ຳ…







