ຂ່າວສານ

ຊາວ​ຫວຽ​ດ​ນາມ ອາ​ໄສ​ຢູ່​ໄທ ອ່​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ

ບັນ​ດາ​ຜູ້​ແທນ​ໄດ້​ວິ​ເຄາະ​ທ່າ​ແຮງ​ຂອງ​ປັນ​ຍາ​ຊົນ ຫວຽດ​ນາມ ຢູ່ ໄທ ຕິດ​ພັນ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ພາຍ​ໃນ​ປະ​ເທດ ແລະ ການ​ພົວ​ພັນ​ສອງ​ຝ່າຍ.
  ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໄທ ຟ້າມ​ວຽດ​ຮຸ່ງ ກ່າວ​ຄຳ​ເຫັນ​ທີ່​ກາ​ນ​ປຶກ​ສາ​ຫາ​ລື (ພາບ:VOV)  

ວັນ​ທີ 17 ພຶດ​ສະ​ພາ, ຢູ່​ນະ​ຄອນຫຼວງ ບາງກອກ ຂອງ​ໄທ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ​ໄດ້​ຈັດ​ການ​ພົບ​ປະ​ກັບ​ປັນ​ຍາ​ຊົນ, ນັກ​ຊ່ຽວ​ຊານ ແລະ ນັກ​ສຶກ​ສາ ຫວຽດ​ນາມ ຄັ້ງ​ທີ 2. ນີ້​ແມ່ນ​ເຫດ​ການ​ທີ່​ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກ​າດ​ວັນ ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ ຫວຽດ​ນາມ (18 ພຶດ​ສະ​ພາ). ກ່າວ​ຄຳ​ເຫັນ​ທີ່ພິ​ທີ​ໄຂ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ວຽດ​ຮຸ່ງ ຢັ້ງ​ຢືນ​ວ່າ:

ພັກ ແລະ ລັດ ມີ​ຫຼາຍ​ແຜນນ​ະ​ໂຍ​ບາຍ​ສຳ​ຄັນ​ເນັ້ນ​ໜັ້ກ​ກ່ຽວ​ກັບ​ລະ​ດັບ​ຄວາມ​ສຳ​ຄັນ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກໍ່​ເຄີຍ​ກ່າວ​ເນັ້ນ​ໜັກ​ວ່າ ຕ້ອງ​ສ້າງ​ບັນ​ດາ​ການ​ກະ​ທຳ​ບຸກ​ທ​ະ​ລຸ, ແຜ່​ກະ​ຈາຍ​ໝາກ​ຜົນ, ຫັນ​ປ່ຽນ​ຢ່າງ​ແຮງ​ຈາກ​ຈິນ​ຕະ​ນາ​ການ​ຄຸ້ມ​ຄອງ ມາ​ເປັນ​ຈິນ​ຕະ​ນາ​ການ​ສ້າງ​ຄວາມ​ສະ​ດວກພັດ​ທະ​ນາ, ພ້ອມ​ທັງ​ສົ່ງ​ເສີມ​ບັນ​ດາ​ກົ​ນ​ໄກ​ທົດ​ລອງ, ຍອມ​ຮັບ​ປ່ຽນ​ແປງ​ໃໝ່ ແລະ ຊຸກ​ຍູ້​ຢ່າງ​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ.

ຢູ່ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ວິ​ເຄາະ​ທ່າ​ແຮງ​ຂອງ​ປັນ​ຍາ​ຊົນ ຫວຽດ​ນາມ ຢູ່ ໄທ ຕິດ​ພັນ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ພາຍ​ໃນ​ປະ​ເທດ ແລະ ການ​ພົວ​ພັນ​ສອງ​ຝ່າຍ. ເນື້ອ​ໃນ​ປຶກ​ສາ​ຫາ​ລື​ສຸມ​ໃສ່​ເຂົ້າ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ, ຄຸ້ມ​ຄອງ​ຂໍ້​ມູນ​ພົນ​ລະ​ເມືອງ, ຄົ້ນ​ຫາ​ຕົ້ນ​ກຳ​ເນີນດ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ…


top