• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດ

      ຕອນບ່າຍວັນທີ 04 ກັນຍາ, ທ່ານ ບຸຍກວາງຮີວ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ປະທານສະມາຄົມນັກສຶກສາ ຫວຽດນາມ ໄດ້ຕ້ອນຮັບຄະນະພະນັກງານຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ໂດຍທ່ານ ຄຳໄຊ ຍະວົງສີ, ຮອງເລຂາຄະນະຊາວໜຸ່ມແຂວງ ວຽງຈັນ ເປັນຫົວໜ້າຄະນະ.

ທ່ານ ບຸຍກວາງຮີວ ແລະ ທ່ານ ຄຳໄຊ ຍະວົງສີ
      ທີ່ການຕ້ອນຮັບ, ທ່ານ ບຸຍກວາງຮີວ ໄດ້ຢືນຢັນວ່າ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນ, ຕີລາຄາສູງການຮ່ວມມືມິດຕະພາບກັບຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ບໍ່ພຽງແຕ່ຢູ່ຂັ້ນສູນກາງເທົ່ານັ້ນ ຫາກຍັງຢູ່ຂັ້ນແຂວງ, ນະຄອນ, ທ້ອງຖິ່ນ, ພິເສດແມ່ນບັນດາຫົວໜ່ວຍທີ່ຕິດກັບຊາຍແດນ 2 ປະເທດ. ໃນໄລຍະຜ່ານມາ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ຢ່າງແໜ້ນແຟ້ນ ຜັນຂະຫຍາຍປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ 2 ຝ່າຍໄລຍະປີ 2017 – 2022 ດ້ວຍບັນດາເນື້ອໃນ, ໂຄງການທີ່ມີຄວາມໝາຍແທດຈິງສຳລັບອົງການຊາວໜຸ່ມ ແລະ ເຍົາວະຊົນອະນຸຊົນ 2 ປະເທດ. ທ່ານ ບຸຍກວາງຮີວ ປາດຖະໜາຢາກໃຫ້ ຄະນະຊາວໜຸ່ມ 2 ປະເທດສືບຕໍ່ເສີມຂະຫຍາຍບັນດາທ່າແຮງຂອງແຕ່ລະຝ່າຍ, ເປັນເຈົ້າການຊອກຫາວິທີປະຕິບັດທີ່ດີ, ຮູບການຮ່ວມມືໃໝ່, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງວຽກງານສຶກສາມູນເຊື້ອກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນຊາວໜຸ່ມ, ເຍົາວະຊົນ, ອະນຸຊົນແຕ່ລະປະເທດ, ຖືນີ້ແມ່ນວຽກງານທີ່ມີຄວາມໝາຍສຳຄັນ ເພື່ອເພີ່ມພູນຄູນສ້າງເສີມຂະຫຍາຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top