• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວຫວຽດນາມອາໄສຢູ່ລາວຂ່ຳນັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງ2ປະເທດ

(ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ລາວ​ຂ່ຳ​ນັບ​ຊົ​ມ​ເຊີຍ​ຜົນ​ສຳ​ເລັດ​
ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຂອງ2ປະ​ເທດ)
          ຕອນ​ຄ່ຳ​ວັນ​ທີ 19/02, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ໄດ້​ຈັດ​​ງານ​ໂຮມ​ຊຸມ​ນຸມມິດ​ຕິງ​ຢ່າງ​ສົມ​ກຽດ ແລະ ເປີດ​ງ້ານ​ລ້​ຽງ​ເພື່ອ​ຂ່ຳ​ນັບ​ຊົມ​ເຊີຍກອງ​ປະ​ຊຸມ​ໃຫຍ​່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ສຳ​ເລັດ​ຢ່າງ​ຈົບ​ງາ​ມ. ຕາງ​ໜ້າ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລ​າວ, ທ່ານ​ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ຫງວຽນ​ຢຸຍ​ຈຸງ ໄດ້​ກ່າວ​ຄຳ​ເຫັນ ສະ​ແດງ​ຄວາມ​ເບີກ​ບ່ານ​ມ່ວນ​ຊື່ນ​ຕໍ່​ຜົນ​ສຳ​ເລັດ​ຂ​ອງກອງ​ປະ​ຊຸມ​ຄັ້ງ​ທີ 10 ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ທ່ານ ຫງວຽນ​ຢຸຍ​ຈຸງ ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ໃໝ່​ຂອງ 2 ພັກ, ປະ​ຊາ​ຊົນ 2 ປະ​ເທດ​ລາວ ແລະ ຫວຽດ​ນາມ ຈະ​ສືບ​ຕໍ່​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ, ສວຍງ​າມ, ໝັ້​ນ​ຄົງ​ເຂັ້​ມ​ແຂງ; ມີ​ຊີວ​ິດ​ອີ່ມ​ໜຳ​ສຳ​​ລານ ແລະ ມີ​ຄວາມ​​ຜາ​ສຸກ.
​(ແຫຼ່ງຄັດ​ຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top