• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊອກ​ຈັງ: ປຸກ​ລະ​ດົມ​ເດືອນ​ມະ​ນຸດ​ສະ​ທຳ ປີ 2024

ທ່ານນາງ ຮິ່ງທິຢ້ຽມງອກ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຊອກຈັງ ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸສົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາກາແດງ ແຂວງ ສືບຕໍ່ຮ່ວມເດີນທາງກັບອຳນາດການປົກຄອງ ຊ່ວຍເຫຼືອຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ໃນການດຳລົງຊີວິດ, ເພີ່ມທະວີບັນດາການເຄື່ອນໄຫວໜູນຊ່ວຍປະຊາຄົມ
ທ່ານນາງ ຮ່ິ່ງທິຢ້ຽມງອກ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຊອກຈັງ ກ່າວຄຳເຫັນພິທີ (ພາບ: TTXVN)

ຕອນເຊົ້າວັນທີ 5 ພຶດສະພາ, ສະພາກາແດງແຂວງ ຊອກຈັງ ໄດ້ຈັດພິທີປຸກລະດົມເດືອນມະນຸດສະທຳປີ 2024 ດ້ວຍຫົວຂໍ້ “ວິວັດທະນາການ ມະນຸດສະທຳ - ມອບຮັບຄວາມຮັກແພງ” ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະພາກາແດງ ແລະ ຊີກວົງເດືອນແດງ ສາກົນ 08/05.

ທີ່ພິທີປຸກລະດົມ, ທ່ານນາງ ຮ່ິ່ງທິຢ້ຽມງອກ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຊອກຈັງ ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸສົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາກາແດງ ແຂວງ ສືບຕໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈ ກັບອຳນາດການປົກຄອງ ຊ່ວຍເຫຼືອຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ໃນການດຳລົງຊີວິດ, ເພີ່ມທະວີບັນດາການເຄື່ອນໄຫວໜູນຊ່ວຍປະຊາຄົມ, ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ປະກອບສ່ວນປະຕິບັດສະຫວັດດີການສັງຄົມຂອງແຂວງ ໃຫ້ເປັນຢ່າງດີ.

ທີ່ພິທີປຸກລະດົມ, ຄະນະຈັດຕັ້ງ ແລະ ບັນດາຫົວໜ່ວຍ, ຜູ້ໃຈບຸນໃຈກຸສົນ ໄດ້ມອບຂອງຂວັນເປັນຈຳນວນຫຼາຍໃຫ້ແກ່ຄອບຄົວທຸກຍາກ, ຜູ້ຖືກຕິດທາດພິດສີສົ້ມ ແລະ ສະໜອງທຶນການສຶກສາໃຫ້ແກ່ນັກຮຽນ, ນັກສຶກສາ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜຸ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Changi, ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມ ສ.ສິງກະໂປ ແຕ່ວັນທີ 11 – 13 ມີນາ ຢ່າງເປັນທາງການ.

Top