• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊອກຫາທາງອອກໃຫ້ແກ່ການສົ່ງອອກສິນຄ້າຂອງຫວຽດນາມໃນສະພາບການເກີດການປະທະກັນດ້ານການຄ້າລະຫວ່າງ ອາເມລິກາ - ຈີນ

      ຍິ່ງກວ່າເວລາໃດໝົດ, ບັນດາວິສາຫະກະກິດ ຫວຽດນາມ ຄວນສຸມກໍາລັງເຫື່ອແຮງ ແລະ ສະຕິປັນຍາ ເພື່ອຍົກສູງກໍາລັງຄວາມສາມາດ, ລົງທຶນເຂົ້າໃນເຕັກໂນໂລຢີການຜະລິດ ເພື່ອແນໃສ່ຍົກສູງກໍາລັງຄວາມສາມາດແກ້ງແຍ້ງຂອງຕົນ

ທ່ານ ຫວູຕ໋ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ( VCCI) 
(ພາບ:TTXVN) 
      ວັນທີ 6 ກໍລະກົດ, ຈີນໄດ້ແຈ້ງໃຫ້ຊາບວ່າ ບັນດາມາດຕະການຈັດວາງອັດຕາພາສີໂຕ້ຕອບຄືນສໍາລັບສິນຄ້ານໍາເຂົ້າຈາກອາເມລິກາ ເລີ່ມມີຜົນສັກສິດ, ພາຍຫຼັງອາເມລິກາເລີ່ມດໍາເນີນບັນດາມາດຕະການຈັດວາງອັດຕາພາສີຕ້ານຈີນ. ດັ່ງນັ້ນ, ການປະທະກັນດ້ານການຄ້າລະຫວ່່າງອາເມລິກາ - ຈີນ ໄດ້ເກີດຂຶ້ນຢ່າງເປັນທາງການ ແລະ ບັນດາປະເທດທີ່ນອນໃນຂອບເຂດຖືກຜົນກະທົບຄື ຫວຽດນາມ ແມ່ນຍາກທີ່ຈະຫຼີກລ້ຽງໄດ້ຜົນກະທົບຈາກເຫດການດັ່ງກ່າວ. ເມື່ອຕອບສໍາພາດຕໍ່ສໍານັກຂ່າວສານຫວຽດນາມ, ທ່ານ ຫວູຕ໋ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ( VCCI) ໄດ້ມີບັນດາຂໍ້ສັງເກດລວມກ່ຽວກັບສະພາບການດັ່່ງກ່່າວ; ພ້ອມທັງຕັ້ງຂໍ້ສະເໜີຕໍ່ປະຊາຄົມວິສາຫະກິດຫວຽດນາມ ກ່ຽວກັບບັນດາການກະທໍາທີ່ຈໍາເປັນ ເພື່ອຮັບມື ແລະ ປັບຕົວເຂົ້າກັບສະພາບການໃໝ່.
        ທ່ານ ປະທານ VCCI ຖືວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດ ພວມພັດທະນາ,  ແມ່ນຕະຫຼາດມີລະດັບເປີດສູງ ແລະຂຶ້ນກັບບັນດາການຜັນແປຂອງຕະຫຼາດສາກົນຫຼາຍພໍສົມຄວນ. ດັ່່ງນັ້ນ, ເພື່ອຫຼຸດຜ່ອນການຮັບຜົນກະທົບ, ສໍາລັບບັນດາວິສາຫະກິດສົ່ງອອກ, ເລື່ອງສໍາຄັນທີ່ສຸດແມ່ນ ຕ້ອງຕິດຕາມສະພາບການຕະຫຼາດຢ່າງໃກ້ຊິດ; ພ້ອມທັງກຽມພ້ອມການປັບປຸງການຜະລິດ, ດໍາເນີນທຸລະກິດ, ແຫຼ່ງສະໜອງ ແລະ ຕະຫຼາດ ຢ່າງໄຫວພິບເທົ່າທີ່ຈະສາມາດເຮັດໄດ້. ບັນດາວິສາຫະກິດກໍຄວນເປັນເຈົ້າການຊອກຫາເສັ້ນທາງສົ່ງອອກສິນຄ້າອື່ນ ທີ່ມີສະຖຽນລະພາບ ແລະ ສະດວກກວ່າ.  ທ່ານຫວູຕ໋ຽນໂລກ ເນັ້ນໜັກວ່າ ຍິ່ງກວ່າເວລາໃດໝົດ, ບັນດາວິສາຫະກະກິດ ຫວຽດນາມ ຄວນສຸມກໍາລັງເຫື່ອແຮງ ແລະ ສະຕິປັນຍາ ເພື່ອຍົກສູງກໍາລັງຄວາມສາມາດ, ລົງທຶນເຂົ້າໃນເຕັກໂນໂລຢີການຜະລິດ ເພື່ອແນໃສ່ຍົກສູງກໍາລັງຄວາມສາມາດແກ້ງແຍ້ງຂອງຕົນ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top