• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈົດ​ໝາຍ​ຂອບ​ໃຈ​ຂອງ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ

ຈົດໝາຍໄດ້ຊີ້ແຈ້ງວ່າ ຜົນສຳເລັດຂອງ ພິທີເດີນຂະບວນສວນສະໜາມ ໄດ້ເພີ່ມກຳລັງແຮງ, ລະດົມກຳລັງໃຈຂອງ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສືບຕໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດກ້າວເຂົ້າສັງກາດພັດທະນາໃໝ່ - ສັງກາດບຸກບືນຂອງຊາດຢ່າງໝັ້ນແກ່ນ.

ເນື່ອງໃນໂອກາດຈັດການເດີນຂະບວນສວນສະໜາມ ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບສຳເລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ມີຈົດໝາຍຂອບໃຈ. ຈົດໝາຍໄດ້ຊີ້ແຈ້ງວ່າ ຜົນສຳເລັດຂອງ ພິທີເດີນຂະບວນສວນສະໜາມ  ໄດ້ເພີ່ມກຳລັງແຮງ, ລະດົມກຳລັງໃຈຂອງ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສືບຕໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດກ້າວເຂົ້າສັງກາດພັດທະນາໃໝ່ - ສັງກາດບຸກບືນຂອງຊາດຢ່າງໝັ້ນແກ່ນ. ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ຂອບອົກຂອບໃຈການຊີ້ນຳນຳພາຢ່າງໃກ້ຊິດຂອງພັກ, ລັດ; ການສົມທົບ, ຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນຂອງບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ອຳນາດການປົກຄອງ, ປະຊາຊົນນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ເວ​ເນ​ຊູ​ເອ​ລາ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

ເວ​ເນ​ຊູ​ເອ​ລາ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

ພິທີໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2025) ໄດ້ຈັດຂຶ້ນໃນວັນທີ 2 ພຶດສະພາ ຢູ່ໂຮງຮຽນບຳລຸງສ້າງພະນັກງານການນຳຊາວໜຸ່ມສາກົນ Antonio Jose de Sucre, ນະຄອນຫຼວງ Caracas ຂອງເວເນຊູເອລາ.

Top