ຈົດໝາຍໄດ້ຊີ້ແຈ້ງວ່າ ຜົນສຳເລັດຂອງ ພິທີເດີນຂະບວນສວນສະໜາມ ໄດ້ເພີ່ມກຳລັງແຮງ, ລະດົມກຳລັງໃຈຂອງ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສືບຕໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດກ້າວເຂົ້າສັງກາດພັດທະນາໃໝ່ - ສັງກາດບຸກບືນຂອງຊາດຢ່າງໝັ້ນແກ່ນ.
ເນື່ອງໃນໂອກາດຈັດການເດີນຂະບວນສວນສະໜາມ ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບສຳເລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ມີຈົດໝາຍຂອບໃຈ. ຈົດໝາຍໄດ້ຊີ້ແຈ້ງວ່າ ຜົນສຳເລັດຂອງ ພິທີເດີນຂະບວນສວນສະໜາມ ໄດ້ເພີ່ມກຳລັງແຮງ, ລະດົມກຳລັງໃຈຂອງ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສືບຕໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດກ້າວເຂົ້າສັງກາດພັດທະນາໃໝ່ - ສັງກາດບຸກບືນຂອງຊາດຢ່າງໝັ້ນແກ່ນ. ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ຂອບອົກຂອບໃຈການຊີ້ນຳນຳພາຢ່າງໃກ້ຊິດຂອງພັກ, ລັດ; ການສົມທົບ, ຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນຂອງບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ອຳນາດການປົກຄອງ, ປະຊາຊົນນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນ.