ຈົດໝາຍມີຕອນຊີ້ແຈ້ງວ່າ: ປະຊາຊົນຊາວເຜົ່າຂະແມ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກວົງຄະນະຍາດ ບັນດາຊົນເຜົ່າຫວຽດນາມໄດ້, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງໃນທຸກດ້ານຈາກພັກ ແລະ ລັດຫວຽດນາມ.
ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕີລາຄາສູງວ່າ: ໃນໄລຍະຜ່ານມາ, ປະຊາຊົນຊາວເຜົ່າຂະແມ ທົ່ວປະເທດ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດຂອງ ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນ ; ຍາມໃດກໍ່ສາມັກຄີກັນພ້ອມກັບວົງຄະນະຍາດບັນດາ ເຜົ່າ ສ້າງສາບ້ານເກີດເມືອງນອນ ປະເທດຊາດ ໃຫ້ນັບມື້ນັບພັດທະນາ.ທ່ານປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ຫວັງວ່າ ບັນດາ ພະສົງ, ສຳມະເນນ ພ້ອມກັບປະຊາຊົນບັນດາເຜົ່າຂະແມທຸກຖ້ວນໜ້າ ຈະ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ, ເອົາໃຈໃສ່ເບິ່ງແຍງການຜະລິດ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາດ; ຈັດຕັ້ງການຕ້ອນຮັບບຸນປີໃໝ່ປະຈຳຊາດໃຫ້ເໝາະສົມກັບສະພາບການ; ປະຕິບັດບັນດາຂໍ້ກຳນົດຂອງລັດ ກ່ຽວກັບການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ໃຫ້ເປັນຢ່າງດີ ເພື່ອປະກອບສ່ວນນຳເອົາຊີວິດທີ່ປອດໄພ, ຄວາມອີ່ມໜຳສຳລານ, ຜາສຸກມາໃຫ້ທຸກຄົນ, ທຸກຄອບຄົວ.
(ແຫຼ່ງຄັດຈາກ VOV)