• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈົດໝາຍຂອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຝາກໃຫ້ແກ່ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ຮຽນ ພໍ່ແມ່ປະຊາຊົນ ຫວຽດນາມ ທຸກຄົນທີ່ພວມອາໄສ ຢູ່ຕ່າງປະເທດ.

ໂຄວິດ 19 ເປັນໂລກລະບາດທີ່ອັນຕະລາຍ ດ້ວຍການແຜ່ລະບາດ ໂດຍໄວ ໃນທົ່ວໂລກ ແລະ ການຜັນແປນັບມື້ນັບສັບສົນກວ່າເກົ່າ.


ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ພາບ: VNA
 
ພັກ, ລັດ ຫວຽດນາມ ໄດ້ມີບັນດາການຊີ້ນຳຢ່າງເຄັ່ງຄັດ, ປະຕິບັດ ຢ່າງຄົບຊຸດ, ເດັດດ່ຽວ ຜ່ານຫຼາຍວິທີແກ້ໄຂໂລກລະບາດ ແລະ ນຳ ໃຊ້ລະດັບສູງກວ່າເມື່ອທຽບກັບການເຕືອນໄພຂອງ WHO. ຫວຽດ ນາມ ພວມຄວບຄຸມໄດ້ສະພາບ ໂລກລະບາດ ແລະ ບັນລຸໄດ້ ຫຼາຍຜົນງານອັນດີເດັ່ນໃນການ ປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ 19, ພິເສດແມ່ນຍັງບໍ່ມີກໍລະນີໃດເສຍຊີວິດ ແລະ ໄດ້ຮັບ ການຕີລາຄາສູງຈາກ  WHO ແລະ ປະຊາຄົມສາກົນ.
 
ເພື່ອບັນລຸໄດ້ຜົນງານດັ່ງກ່າວ, ຕ້ອງມີການປະສານສົມທົບຂອງ ລະ ບົບການເມືອງ ແຕ່ຂັ້ນສູງກາງ ເຖິງຂັ້ນທ້ອງຖິ່ນ, ຄວາມ ມານະ ພະຍາຍາມຂອງຖັນແຖວພະນັກງານການແພດ, ພະນັກງານ, ນັກ ຮົບຂອງບັນດາກຳລັງປະກອບອາວຸດ, ພະນັກງານການທູດ, ການ ສື່ຂ່າວ, ການໂຄສະນາເຜີຍແຜ່... ກໍ່ຄືຄວາມສາມັກຄີ, ຮ່ວມຈິດ ຮ່ວມໃຈຂອງທົ່ວປວງຊົນ, ໃນນັ້ນ ມີບັນດາການປະກອບສ່ວນ, ການສະໜັບສະໜູນສຸດທີ່ສຳຄັນ ຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ອີກດ້ວຍ.

ຂໍຕ່າງໜ້າພັກ ແລະ ລັດ, ຂ້າພະເຈົ້າ ຕີລາຄາສູງ ການສະໜັບສະ ໜູນ, ການແບ່ງປັນ ຂອງພໍ່ແມ່ປະຊາຊົນ ຕໍ່ວຽກງານປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ 19 ຢູ່ພາຍໃນ ໃນໄລຍະຜ່ານມາ. ຂ້າ ພະເຈົ້າຂໍສະແດງຄວາມນັບຖືຢ່າງສູງ ຕໍ່ຈິດໃຈສາມັກຄີ, ຄວາມ ເມດ ຕາ, ການຊ່ວຍເຫຼືອອັນລຳ້ຄ່າ ແລະ ຍ້ອງຍໍສັນລະເສີນ ຄວາມ ມານະພະຍາຍາມຂອງ ພໍ່ແມ່ປະຊາຊົນ ຫວຽດນາມ ທີ່ພວມຮຳ່ຮຽນ, ເຮັດວຽກຢູ່ຕ່າງປະເທດ, ຫວັງວ່າ ພໍ່ແມ່ປະຊາ ຊົນໝົດທຸກຄົນຈະຜ່ານຜ່າຄວາມຫຍຸ້ງຍາກ ເພາະໂລກລະບາດ ໄດ້ສ້າງຂຶ້ນ, ເຄົາລົບຕາມຂໍ້ກຳນົດຂອງປະເທດເຈົ້າພາບ ເພື່ອ ປ້ອງກັນຕົວ ແລະ ປະຊາຄົມ. ບັນດາການເຄື່ອນໄຫວດັ່ງກ່າວ ໄດ້ສະແດງໃຫ້ເຫັນມູນເຊື້ອສາມັກຄີ, ນຳ້ໃຈຮັກຊາດ, ຄວາມ ເປັນທຳ ແລະ ຈິດໃຈ ຜ່ານຜ່າຄວາມຫຍຸ້ງຍາກ ຂອງ ປະຊາຊົນ ແລະ ປະເທດ ຫວຽດນາມ. 

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ບັນດາອົງການຜູ້ຕ່າງໜ້າຂອງ ຫວຽດນາມ ປະຈຳຢູ່ຕ່າງປະເທດ ໄດ້ຜັນຂະຫຍາຍໂດຍ ໄວ, ທັນ ການ ແລະ ມີປະສິດທິຜົນ ໃນວຽກງານປົກປ້ອງ ແລະ ຊ່ວຍເຫຼືອ ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ. ຂ້າພະເຈົ້າຮຽກ ຮ້ອງ ໃຫ້ບັນດາອົງການຜູ້ຕ່າງໜ້າຂອງ ຫວຽດນາມ ປະຈຳຢູ່ຕ່າງ ປະເທດ ຕ້ອງສືບຕໍ່ພະຍາຍາມ, ເສີມຂະຫຍາຍຈິດໃຈຮັບຜິດຊອບ, ຮ່ວມມືກັບບັນດາອົງການທີ່ກ່ຽວຂ້ອງ, ຮັບປະກັນຜົນປະໂຫຍດ, ປະຕິບັດບັນດາວິທີກັນເພື່ອ ແລະ ປິ່ນປົວໃຫ້ແກ່ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ. ພ້ອມກັນນັ້ນ ກໍ່ຢັ້ງຢືນຈິດໃຈ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ປະຊາຄົມສາກົນ, ສືບ ຕໍ່ພະຍາຍາມໃນການເຄື່ອນໄຫວ ແລະ ແບ່ງປັນຄວາມຫຍຸ້ງຍາກ ກັບບັນດາປະເທດ ເພື່ອຍາດໄດ້ໄຊຊະນະໃນການສູ້ ຮົບກັບໂລກ ລະບາດ ໂຄວິດ 19. 

ຮຽນພໍ່ແມ່ປະຊາຄົນທີ່ຮັກແພງ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ຮຽກ ຮ້ອງ: “ຊາວ ຫວຽດນາມ ທຸກຄົນຕ້ອງຮ່ວມຈິດຮ່ວມໃຈ ແກ້ໄຂ ຄວາມຫຍຸ້ງຍາກ, ສິ່ງທ້າທາຍ ຫຼາຍປະການ ເພື່ອຍາດໄດ້ໄຊ ຊະ ນະໃນການສູ້ຮົບກັບໂລກລະບາດ ໂຄວິດ 19”. ປະຕິບັດຕາມ ຄຳ ຮຽກຮ້ອງດັ່ງກ່າວ, ດ້ວຍມູນເຊື້ອຮັກຊາດ, ສາຄັກຄີ, ຄວາມເມດ ຕາ, ຂ້າພະເຈົ້າຮຽກຮ້ອງພໍ່ແມ່ປະຊາຊົນ ຫວຽດນາມ ຢູ່ຕ່າງປະ ເທດ ສືບຕໍ່ຮ່ວມຈິດຮ່ວມໃຈ, ປະສານສົມທົບກັບປະເທດຊາດ ແລະ ປະຊາຊົນຢູ່ພາຍໃນ ໃນວຽກງານປ້ອງກັນ ແລະ ຕ້ານໂລກ ລະບາດ. ຍົກສູງຄວາມຮັບຜິດຊອບ, ສະຕິລະວັງຕົວ ແມ່ນປົກ ປັກ ຮັກສາຄອບຄົວ ແລະ ສັງຄົມ. ເຄົາລົບຕາມບັນດາວິທີສະກັດກັ້ນ, ຕ້ານໂລກລະບາດ ແລະ ບັນດາຂໍ້ກຳນົດຂອງປະເທດເຈົ້າພາບ.

ການສູ້ຮົບກັບໂລກລະບາດ ໂຄວິດ 19 ຍັງມີຫຼາຍຄວາມລຳບາກ, ຫຍຸ້ງຍາກຢູ່ຕໍ່ໜ້າ, ຮຽກຮ້ອງໃຫ້ພວກເຮົາຕ້ອງພະຍາຍາມ ຫຼາຍ ກວ່າເກົ່າ. ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນ ວຽກງານປ້ອງ ກັນ ແລະ ຕ້ານໂລກລະບາດ, ພ້ອມກັບການຮ່ວມຈິດຮ່ວມ ໃຈຂອງ ປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ປະຊາຊົນ ຫວຽດ ນາມ ອາໄສຢູ່ຕ່າງປະເທດ, ພວກເຮົາຈະຍາດໄດ້ໄຊຊະນະ ໂລກ ລະບາດຢ່າງແນ່ນອນ.

ຂໍອວຍພອນໃຫ້ພໍ່ແມ່ປະຊາຊົນທຸກຄົນ ຈົ່ງມີສຸຂະພາບທີ່ເຂັ້ມແຂງ, ສຳເລັດໜ້າທີ່ການງານ ແລະ ຄວາມຜາສຸກ.

 
ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ປະຕິບັດ: VNA/VNP


ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top