• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຸດ​ເວ​ລານີ້ ຫວຽດ​ນາມ​ແມ່ນ​ຈຸດ​ນັດ​ພົບ​ທີ່​ປອດ​ໄພ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ

ວັນທີ 13 ກຸມພາ, ທ່ານ ຫງວຽນຈຸ່ງແຄັ໊ງ ຫົວໜ້າກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ໄດ້ສົ່ງຈົດໝາຍໄປໃຫ້ເພື່ອນມິດ ແລະ ຄູ່ຮ່ວມມືສາກົນ ຂອງ ຂະແໜງການທ່ອງທ່ຽວ, ແຈ້ງໃຫ້ຊາບກ່ຽວກັບການທ່ອງທ່ຽວ ຂອງ ຫວຽດນາມ ພວມຕັ້ງໜ້າຮັບມືກັບບັນດາຜົນກະທົບຈາກເຊື້ອພະຍາດ COVID – 19, ທ່ານຢັ້ງຢືນວ່າ ບັນດາສະຖານທີ່ທ່ອງທ່ຽວຍັງເປີດປະຕູຕ້ອນຮັບແຂກເປັນປົກກະຕິ.

ພະຍັກງານການແພດທະຫານຊາຍແດນ ນະຄອນ ໂຮ່ຈີມິນ ກວດພະຍາດ ແລະ ແຈກຜ້າອັດປາກໃຫ້ແກ່ແຂກທ່ອງທ່ຽວກ່ຳປັ່ນ Odyssey-Nassau (ພາບ: TTXVN)

ໃນຈົດໝາຍ, ທ່ານ ຫງວຽນຈຸ່ງແຄ໊ງ ໄດ້ແຈ້ງວ່າ: ນັບແຕ່ເມື່ອເກີດເຊື້ອພະຍາດຈົນຮອດ ເວລາ ທີ່ລັດຖະບານ ຫວຽດນາມ ປະກາດເຊື້ອພະຍາດຢ່າງເປັນທາງການໃນວັນທີ 1 ກຸມພາ 2020, ຫວຽດນາມ ຄວບຄຸມເຊື້ອພະຍາດໄດ້ເປັນຢ່າງດີ. ບັນດາມາດຕະການປິ່ນປົວ, ປ້ອງກັນຄວບຄຸມພະຍາດໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ, ດັ່ງນັ້ນບໍ່ມີສະພາບການແຜ່ລະບາດເຊື້ອ COVID – 2019 ໃນວົງຄະນະຍາດ ຢູ່ ຫວຽດນາມ. ດ້ວຍການຄວບຄຸມຢ່າງມີປະສິດທິຜົນ, ມາດຕະການປ້ອງກັນ, ຄວບຄຸມເຊື້ອພະຍາດພວມໄດ້ຮັບການຜັນຂະຫຍາຍໃນທຸກໆທ້ອງຖິ່ນ, ສະຖານທີ່ທ່ອງທ່ຽວ, ຂະແໜງທ່ອງທ່ຽວຫວຽດນາມ ຢັ້ງຢືນວ່າ ແຂກທ່ອງທ່ຽວມາຫວຽດນາມໃນຈຸດເວລານີ້ ຍາມໃດກໍ່ໄດ້ຮັບປະກັນຄວາມປອດໄພ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top