• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຸດປະກາຍຄວາມໄຝ່ຝັນໃຫ້ເດັກທຸກຍາກ,ເດັກພິການຢູ່ເຂດພູດອຍ

      “ຈຸດປະກາຍຄວາມໄຝ່ຝັນໃຫ້ເດັກນ້ອຍຊົນເຜົ່າ - ເຂດພູດອຍທີ່ປະສົບກັບຄວາມຫຍຸ້ງຍາກ”, ລາຍການ “ຈຸດປະກາຍຄວາມໄຝ່ຝັນ” ມຸ່ງໄປເຖິງເປົ້າໝາຍຂົນຂວາຍແຫຼ່ງກຳລັງເພື່ອມອບເຮືອນແຫ່ງສາຍຈິດມິດໃຈ ແລະ ທຶນສຶກສາ 1.000 ທຶນ, ຂອງຂວັນ 3.000 ພູດ ໃຫ້ເດັກນ້ອຍ


ມອບຂອງຂວັນໃຫ້ບັນດາເດັກນ້ອຍຊາວເຜົ່າສ່ວນໜ້ອຍຢູ່ເມືອງ ດິ້ງຮ໊ວາ
(ພາບ: qdnd.vn)
       ໂດຍສືບຕໍ່ບັນດາການເຄື່ອນໄຫວຕັ້ງໜ້າມຸ່ງໄປເຖິງປະຊາຄົມ, ສະພາປົກປ້ອງສິດທິເດັກຫວຽດນາມ ໄດ້ສົມທົບກັບບໍລິສັດການບິນ Vietjet ແລະ ສູນກາງສະຫະພັນແມ່ຍິງຫວຽດນາມ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈະຈັດລາຍການ “ຈຸດປະກາຍຄວາມໄຝ່ຝັນ” ຄັ້ງທີ 6 ປີ 2019, ໃຫ້ພວກນ້ອງນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກບືນຕົວຂຶ້ນຢູ່ບັນດາເຂດພູດອຍທາງພາກເໜືອຫວຽດນາມ. ໃນລາຍການຊີວິດສັງຄົມຫວຽດນາມ ພາກນີ້, ນັກຂ່າວ ຮ່ວຽນຈາງ ມີບົດຂຽນດ້ວຍຫົວຂໍ້ວ່າ “ຈຸດປະກາຍຄວາມໄຝ່ຝັນໃຫ້ເດັກທຸກຍາກ, ເດັກພິການຢູ່ເຂດພູດອຍ”.
        ດ້ວຍຫົວຂໍ້ວ່າ “ຈຸດປະກາຍຄວາມໄຝ່ຝັນໃຫ້ເດັກນ້ອຍຊົນເຜົ່າ - ເຂດພູດອຍທີ່ປະສົບກັບຄວາມຫຍຸ້ງຍາກ”, ລາຍການ “ຈຸດປະກາຍຄວາມໄຝ່ຝັນ” ມຸ່ງໄປເຖິງເປົ້າໝາຍຂົນຂວາຍແຫຼ່ງກຳລັງເພື່ອມອບເຮືອນແຫ່ງສາຍຈິດມິດໃຈ ແລະ ທຶນສຶກສາ 1.000 ທຶນ, ຂອງຂວັນ 3.000 ພູດ ໃຫ້ເດັກນ້ອຍ; ລະດົມກຳລັງໃຈໃຫ້ບັນດາເດັກດ້ອຍໂອກາດ, ພ້ອມກັນສ້າງຄວາມຮັກໃຫ້ແກ່ພວກນ້ອງ. ທ່ານນາງ ຫງວຽນທິແທັງຮ່ວາ, ປະທານສະພາປົກປ້ອງສິດທິເດັກຫວຽດນາມ ຢືນຢັນວ່າ, ເດັກນ້ອຍແມ່ນເປົ້າໝາຍຕ້ອງໄດ້ຮັບຄວາມເອົາໃຈໃສ່ ແລະ ປົກປ້ອງຈາກທົ່ວສັງຄົມ. ປະຈຸບັນ, ຢູ່ຫວຽດນາມ ຍັງມີເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຄົນ, ປາດຖະໜາຢາກໄດ້ຮັບການເບິ່ງແຍງດູແລ. ສະພາປົກປ້ອງສິດທິເດັກຫວຽດນາມ ຫວັງວ່າ, ລາຍການ “ຈຸດປະກາຍຄວາມໄຝ່ຝັນ” ປີນີ້ເຊິ່ງໄດ້ຈັດຕັ້ງໃນໂອກາດເຂົ້າສົກຮຽນໃໝ່ ຈະສ້າງແຫຼ່ງກຳລັງ, ລະດົມກຳລັງໃຈ, ສົ່ງເສີມຈິດໃຈຮໍ່າຮຽກ ຂອງພວກນ້ອງ.
        “ໃນບັນຍາກາດຂອງຊຸມມື້ເລີ່ມເຂົ້າສົກຮຽນໃໝ່, ກໍ່ແມ່ນການກະກຽມເພື່ອຕ້ອນຮັບວັນບຸນໄຫວ້ພະຈັນ. ສຳລັບເດັກແລ້ວ, ສົກຮຽນໃໝ່ມີຄວາມໝາຍທາງດ້ານຈິດໃຈຢ່າງໃຫຍ່ຫຼວງ ຊ່ວຍໃຫ້ພວກນ້ອງມີກຳລັງໜູນຕື່ມອີກໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມເປັນຢ່າງດີໃນທັງປີ, ຂ້າພະເຈົ້າຄິດວ່າລາຍການດັ່ງກ່າວຈະແມ່ນແຫຼ່ງລະດົມກຳລັງໃຈໃຫ້ພວກນ້ອງທີ່ຍັງປະສົບກັບຄວາມຫຍຸ້ງຍາກ ຈະມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກນັ້ນເພື່ອສືບຕໍ່ໄປໂຮງຮຽນ. ບັນດາພວກນ້ອງມີສິດໄດ້ຮັບການພັດທະນາຢ່າງຮອບດ້ານ ກໍຄືມີສິດໄດ້ຮັບການຊ່ວຍເຫຼືອຈາກພັກ, ລັດ, ຂະແໜງການທຸກຂັ້ນ ເພື່ອຫັນຄວາມໄຝ່ຝັນຂອງຕົນໃຫ້ປະກົດຜົນເປັນຈິງ”.
        ໃນບັນດາລາຍການ, ຄະນະຈັດຕັ້ງໄດ້ສົມທົບກັບບໍລິສັດການບິນ Vietjet ແລະ ບັນດາອົງການຢູ່ບາງທ້ອງຖິ່ນໄດ້ຈັດການມອບຂອງຂວັນ, ທຶນສຶກສາໃຫ້ເດັກປະສົບກັບຄວາມຫຍຸ້ງຍາກ. ໃນເດືອນ ກໍລະກົດ ແລະ ສິງຫາ ປີ 2019, ຄະນະຈັດຕັ້ງໄດ້ໄປຢ້ຽມຢາມ, ມອບຂອງຂວັນ ກວ່າ 400 ພູດ ແລະ ມອບທຶນສຶກສາ 2 ທຶນ, ແຕ່ລະທຶນມີມູນຄ່າ 5 ລານດົ່ງ ຢູ່ບັນດາແຂວງ ທ໊າຍງວຽນ, ລ້າງເຊີນ, ກາວບັ່ງ, ຕຽນກວາງ, ລາຍເຈົາ. ຕາມທ່ານ ຫງວຽນວັນຮຸ່ງ, ຮອງປະທານສະພາປົກປ້ອງສິດທິເດັກຫວຽດນາມ ແລ້ວ, ຄະນະຈັດຕັ້ງມີບັນດາມາດຕະຖານສະເພາະໃນການຄັດເລືອກເດັກນ້ອຍໄດ້ຮັບຂອງຂວັນ ແລະ ທຶນສຶກສາໃນສົກຮຽນນີ້.
        “ມາດຕະຖານຂອງລາຍການໃນຄັ້ງນີ້ແມ່ນຈຸດປະກາຍຄວາມໄຝ່ຝັນ ເພື່ອຄັດເລືອກ. ຕົວຢ່າງຄື, ຢູ່ແຂວງ ທ໊າຍງວຽນ ພວກຂ້າພະເຈົ້າໄດ້ມອບຂອງຂວັນໃຫ້ບັນດາເດັກນ້ອຍຊາວເຜົ່າສ່ວນໜ້ອຍຢູ່ເມືອງ ດິ້ງຮ໊ວາ, ເຂດ ATK (ເຂດປອດໄພ) ເຊິ່ງປີນີ້ພວກເຮົາໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ. ຫຼື ຢູ່ແຂວງລ້າງເຊີນ, ພວກຂ້າພະເຈົ້າພວກຂ້າພະເຈົ້າໄດ້ເລືອກເອົາເມືອງຈີລັງ, ສ່ວນເລືອກເອົາແຂວງກາວບັ່ງ ແມ່ນຍ້ອມປະຊາຊົນເຜົ່າສ່ວນໜ້ອຍໄດ້ກວມເອົາ 85%.”
        ໂດຍຮ່ວມເດີນທາງໃນບັນດາການເຄື່ອນໄຫວຂອງລາຍການ, ບໍລິສັດການບິນ Vietjet ປາດຖະໜາວ່າ ບັນດາການປະກອບສ່ວນຂອງບໍລິສັດຈະນຳມາເຊິ່ງແຫຼ່ງລະດົມກຳລັງໃຈໃຫ້ບັນດາເດັກດ້ອຍໂອກາດ, ສ້າງຄວາມໄຝ່ຝັນກ່ຽວກັບອະນາຄົດອັນສົດໄສໃຫ້ພວກນ້ອງນ້ອຍ. ທ່ານ ເຢືອງຮ່ວາຍນາມ, ຫົວໜ້າຫ້ອງການພາກເໜືອ, ປະທານສະຫະພັນຊາວໜຸ່ມ Vietjet, ແບ່ງປັນວ່າ.
        “ເມື່ອສະພາປົກປ້ອງສິດທິເດັກຫວຽດນາມ ປະຕິບັດລາຍການ “ຈຸດປະກາຍຄວາມໄຝ່ຝັນ” ນີ້, ພວກເຮົາເອງເຫັນວ່ານີ້ແມ່ນລາຍການທີ່ເໝາະສົມ ແລະ ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ. ພວກຂ້າພະເຈົ້າບໍ່ພຽງແຕ່ໜູນຊ່ວຍທາງດ້ານວັດຖຸເທົ່ານັ້ນ, ຫາກຍັງດຳເນີນບັນດາການເຄື່ອນໄຫວໄປພ້ອມໆກັນ ເພື່ອໜູນຊ່ວຍບັນດາກໍລະນີປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ທີ່ຕ້ອງການຄວາມຊ່ວຍເຫຼືອ. ພວກຂ້າພະເຈົ້າປາດຖະໜາວ່າ ລາຍການຈະໄດ້ຮັບການແຜ່ຂະຫຍາຍຢ່າງກວ້າງຂວາງກວ່າ ເພື່ອຊ່ວຍໃຫ້ພວກນ້ອງຫັນຄວາມໄຝ່ຝັນໃຫ້ປະກົດຜົນເປັນຈິງ”.
        ໃນຂອບເຂດຂອງລາຍການ, “ຈຸດປະກາຍຄວາມໄຝ່ຝັນໃຫ້ເດັກນ້ອຍຊົນເຜົ່າ - ເຂດພູດອຍທີ່ປະສົບກັບຄວາມຫຍຸ້ງຍາກ”, ວັນທີ 08 ກັນຍາ, ມີເດັກນ້ອຍ 300 ຄົນໄດ້ຮັບເຊື້ອເຊີນເຂົ້າຮ່ວມລາຍການຢູ່ຮ່າໂນ້ຍ. ໃນນັ້ນ, ມີເດັກນ້ອຍ 109 ຄົນ ເຊິ່ງເປັນຊາວເຜົ່າສ່ວນໜ້ອຍ, ເດັກປະສົບກັບຄວາມຫຍຸ້ງຍາກແຕ່ບືນຕົວຂຶ້ນຮຽນເກັ່ງ, ເດັກພິການພິເສດຈາກບັນດາແຂວງຢູ່ເຂດພູດອຍ, ໄດ້ຮັບທຶນສຶກສາ (1 ລ້ານດົ່ງ/ທຶນ) ແລະ ໄດ້ຮັບຂອງຂວັນ (500.000 ດົ່ງ/ພູດ).
        ລັດຖະບານຫວຽດນາມ ຍາມໃດກໍ່ໄດ້ກຳນົດວ່າ, ເດັກນ້ອຍແມ່ນເປົ້າໝາຍທີ່ຕ້ອງໄດ້ຮັບຄວາມເອົາໃຈໃສ່ ແລະ ປົກປ້ອງຈາກທົ່ວສັງຄົມ. ປະຈຸບັນ, ຢູ່ຫວຽດນາມ ຍັງມີເດັກນ້ອຍປະສົບກັບຄວາມຫຍຸ້ງຍາກເປັນຈຳນວນຫຼວງຫຼາຍ ແລະ ປາດຖະໜາຢາກໃຫ້ຄວາມໄຝ່ຝັນຂອງຕົນປະກົດຜົນເປັນຈິງ. ສະພາປົກປ້ອງສິດທິເດັກຫວຽດນາມ ຫວັງວ່າ, ຈະສືບຕໍ່ໄດ້ຮັບການຮ່ວມເດີນທາງ, ການໜູນຊ່ວຍຈາກທຸກໆພາກສ່ວນໃນສັງຄົມ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top