• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແລະ ອາ​ເມ​ລິ​ກາ ຄວນ​ເປັນ​ບັນ​ດາ​ຄ່​ູ​ຮ່ວມ​ມື​ພ້ອ​ມ​ກັນ​ພັດ​ທະ​ນາ

ການຢ້ຽມຢາມຂອງຄະນະຜູ້ແທນສະພາຕ່ຳ ອາເມລິກາ ໄດ້ຮັບຖືວ່າແມ່ນບາດກ້າວເພື່ອເຊື່ອມຕໍ່ການພົວພັນລັດຖະສະພາ ລະຫວ່າງສອງປະເທດຄືນໃໝ່ ພາຍຫຼັງຖືກຂາດວັກຂາດຕອນເປັນໄລຍະຍາວ, ຂະນະທີ່ນີ້ແມ່ນຄະນະຜູ້ແທນສະພາຕ່ຳ ອາເມລິກາ ທຳອິດທີ່ມາຢ້ຽມຢາມ ຈີນນັບແຕ່ປີ 2019.
ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽງ ແລະ ທ່ານ Adam Smith ສະມາຊິກສະພາຕ່ຳ ອາເມລິກາ (ພາບ: Mahesh Kumar A./REUTERS)

ຕອນບ່າຍວັນທີ 21 ກັນຍາ,ຢູ່ນະຄອນຫຼວງ ປັກກິ່ງຂອງ ຈີນ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສອງພັກ ໃນສະພາຕ່ຳ ອາເມລິກາ ໂດຍທ່ານ Adam Smith ສະມາຊິກສະພາຕ່ຳ ນຳໜ້າມາຢ້ຽມຢາມຈີນ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽງ ໄດ້ຢັ້ງຢືນວ່າການຮັກສາການພົວພັນ ຈີນ - ອາເມລິກາ ເປັນປົກກະຕິ, ປອດໄພ ແລະ ພັດທະນາແບບຍືນຍົງແມ່ນເໝາະສົມກັບຜົນປະໂຫຍດລວມຂອງສອງປະເທດ ແລະ ຄວາມຫວັງຂອງປະຊາຄົມສາກົນ. ຝ່າຍຈີນ ພ້ອມແລ້ວທີ່ຈະພ້ອມກັບອາເມລິກາ ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໃນສັນຕິພາບ, ຮ່ວມມືກັນເພື່ອໄຊຊະນະຂອງກັນ ແລະ ຫວັງວ່າ ຝ່າຍອາເມລິກາຈະຮ່ວມມືກັບຝ່າຍຈີນຢ່າງແໜ້ນແຟ້ນ, ພ້ອມກັນຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຖືກຕ້ອງຕາມວົງໂຄຈອນ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະ ໂລກ. ການຢ້ຽມຢາມຂອງຄະນະຜູ້ແທນສະພາຕ່ຳ ອາເມລິກາ ໄດ້ຮັບຖືວ່າແມ່ນບາດກ້າວເພື່ອເຊື່ອມຕໍ່ການພົວພັນລັດຖະສະພາ ລະຫວ່າງສອງປະເທດຄືນໃໝ່ ພາຍຫຼັງຖືກຂາດວັກຂາດຕອນເປັນໄລຍະຍາວ, ຂະນະທີ່ນີ້ແມ່ນຄະນະຜູ້ແທນສະພາຕ່ຳ ອາເມລິກາ ທຳອິດທີ່ມາຢ້ຽມຢາມ ຈີນນັບແຕ່ປີ 2019.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ ປີ 2026 ໄດ້​ເປີດ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່, ສ້າງ​ພື້ນ​ຖານ​ໃຫ້​ແກ່​ຮູບ​ແບບ​ບໍ​ລິ​ຫານ​ຕົວ​ເມືອງ​ທັນ​ສະ​ໄໝ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ນະ​ຄອນຫຼວງ​ໃນ​ໄລ​ຍະ​ຍາວ.

Top