• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແລະ ອາຊຽນ ສ້າງເສັ້ນທາງອັນຖືກຕ້ອງໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຍາວນານ

ໃນ 20 ປີຜ່ານມາ, ຈີນ ແລະ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຍົກສູງຈິດໃຈຂອງສົນທິສັນຍາ, ເປີດກ້ວາງການຮ່ວມມືຕ່າງຝ່າຍຕ່າງມີຄວາມສາມາດ.
ທ່ານນາງ ໝາວໜິງ, ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: ກະຊວງການຕ່າງປະເທດ ຈີນ)
ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນ ຈີນ ເຂົ້າຮ່ວມ “ສົນທິສັນຍາເປັນມິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) (2003 – 2023)”, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນໃນວັນທີ 17 ກໍລະກົດ, ຢູ່ ປັກກິ່ງ, ທ່ານນາງ ໝາວໜິງ, ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ໃນ 20 ປີຜ່ານມາ, ຈີນ ແລະ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຍົກສູງຈິດໃຈຂອງສົນທິສັນຍາ, ເປີດກ້ວາງການຮ່ວມມືຕ່າງຝ່າຍຕາງມີຄວາມສາມາດ. ສອງຝ່າຍພ້ອມກັນກ້າວເດີນບົນເສັ້ນທາງຖືກຕ້ອງ ຂອງການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຍາວນານ, ພ້ອມກັນພັດທະນາຢ່າງວັດທານາຖາວອນ. ສິ່ງດັ່ງກ່າວໄດ້ດຶງດູດບັນດາປະເທດອື່ນ ຮ່ວມມືກັບ ອາຊຽນ. ທີ່ຕັ້ງບົດບາດ ແລະ ຜົນສະທ້ອນຂອງ ອາຊຽນ ສືບຕໍ່ໄດ້ເພີ່ມທະວີ, ອາຊີຕາເວັນອອກສ່ຽງໃຕ້ກໍ່ກາຍເປັນພາກພື້ນມີລະດັບການພັດທະນາເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງຢ່າງວ່ອງໄວທີ່ສຸດຢູ່ໃນໂລກ.

(ແຫຼ່ງຄັດຈາກ VOV)

ປະ​ຕິ​ບັດ​ສຳ​ເລັດ​ແລວນິ​ຕິ​ກຳ​ໃຫ້​ແກ່ການ​ເຄື່ອນ​ໄຫວ​ພິມ​ຈຳ​ໜ່າຍ​ດີ​ຈີ​ຕອນ

ປະ​ຕິ​ບັດ​ສຳ​ເລັດ​ແລວນິ​ຕິ​ກຳ​ໃຫ້​ແກ່ການ​ເຄື່ອນ​ໄຫວ​ພິມ​ຈຳ​ໜ່າຍ​ດີ​ຈີ​ຕອນ

ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖື​ວ່າ ການ​ປັບ​ປຸງ​ກົດ​ໝາຍ​ຕ້ອງ​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ຈ​າກ​ຈິນ​ຕະ​ນາ​ການ​ຄຸ້ມ​ຄອງ​ໄປ​ສູ່​ການ​ສ້າງ​ສັນ​ພັດ​ທະ​ນາ.

Top