• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ສະເໜີ 7 ຂໍ້ກ່ຽວກັບເລື່ອງຍົກລະດັບການພົວພັນກັບ ອາຊຽນ

      ວັນທີ 06 ສິງຫາ, ຈີນ ແລະ ອາຊຽນ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ບັນດາຜົນງານທີ່ບັນລຸໄດ້ໃນການພົວພັນຄູ່ຮ່ວມມືຍຸດທະສາດ 2 ຝ່າຍ ໃນຕະຫລອດ 15 ປີຜ່ານມາ ແລະ ເຫັນດີເປັນເອກະພາບຊຸກຍູ້ເພີ່ມທະວີການຮ່ວມມືກ່ວາອີກ. 

ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ  
      ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ຍົກອອກທັດສະນະດັ່ງກ່າວ ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ຢູ່ນະຄອນຫລວງ ມານີລາ ຂອງ ຟີລິບປີນ. ທ່ານ ຫວາງອີ ຍົກອອກຂໍ້ສະເໜີ 7 ຂໍ້ ກ່ຽວກັບການຮ່ວມມື 2 ຝ່າຍໃນອະນາຄົດ, ໃນນັ້ນ ມີການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຈີນ - ອາຊຽນ ວິໄສທັດ 2030 ເປັນແຜນການດຳເນີນງານລະອຽດ ເພື່ອກຳນົດທິດໃຫ້ບັນດາການພົວພັນໃນອະນາຄົດ; ຖືປີ 2018 ແມ່ນປີປ່ຽນແປງໃໝ່ ຈີນ - ອາຊຽນ.
        ສ່ວນບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ສະແດງຄວາມປາດຖະໜາ ເມື່ອ ຈີນ ແລະ ອາຊຽນ ສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2018, 2 ຝ່າຍຈະເພີ່ມທະວີການສົມທົບຍຸດທະສາດນຳກັນ, ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການປ່ຽນແປງໃໝ່, ການເຊື່ອມຕໍ່, ການທ່ອງທ່ຽວ ແລະ ບັນດາຂົງເຂດອື່ນໆ ເພື່ອຍົກສູງການພົວພັກ ຄູ່ຮ່ວມມືຍຸດທະສາດຂຶ້ນສູ່ລະດັບສູງໃໝ່. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ບັນດາລັດຖະມົນຕີການຕ່າງປະເທດຊົມເຊີຍການຮັບຮອງເອົາຮ່າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ແລະ ຫວັງວ່າ ຈະມີບັນດາການທາບທາມຄຳເຫັນກ່ຽວກັບ COC ຕື່ມອີກ ຕາມຂອບເຂດຂອງການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top