• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ລະເມີດສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982

      ຫວຽດນາມ ມີພະຍານຫຼັກຖານຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.

ຈີນ ໃກ້ສິດແກ່ຕົນເອງເພື່ອຕັ້ງຊື່ໃຫ້ 80 ໂຄງສ້າງພູມສາດຢູ່ບັນດາໝູ່ເກາະຂຶ້ນກັບອະທິປະໄຕຂອງຫວຽດນາມ
(ພາບ: CSlS/VOV)
      ເລື່ອງຈີນ ສ້າງຕັ້ງອັນທີ່ເອີ້ນວ່າ “ເຂດຊີຊາ” ແລະ “ເຂດໜານຊາ” ໂດຍນອນໃນບັນດາໝູ່ເກາະຮ່ວາງຊາ, ເຈື່ອງຊາ ຂຶ້ນກັບອະທິປະໄຕຂອງຫວຽດນາມ ແມ່ນລະເມີດສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ທ່ານ ເອກອັກຄະລັດຖະທູດຫວຽດນາມ ຫງວຽນຮົ່ງທາວ, ຮອງປະທານຄະນະກຳມະການກົດໝາຍສາກົນສະຫະປະຊາຊາດ, ໄດ້ຢັ້ງຢືນຄືແນວນັ້ນເມື່ອຕອບສຳພາດຕໍ່ນັກຂ່າວ VOV.
        ຕາມທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ແລ້ວ, ເລື່ອງຈີນ ໃກ້ສິດແກ່ຕົນເອງເພື່ອຕັ້ງຊື່ໃຫ້ 80 ໂຄງສ້າງພູມສາດຢູ່ບັນດາໝູ່ເກາະຂຶ້ນກັບອະທິປະໄຕຂອງຫວຽດນາມ; ຈັດສົ່ງກ່ຳປັ່ນສະໜາມບິນ ລ້ຽວນິງ ແລະ ກ່ຳປັ່ນ ໄຮ່ຢາງ 8 ມາສຳຫຼວດຢູ່ທະເລຕາເວັນອອກ, ລະເມີດບັນດາເຂດເສດຖະກິດພິເສດຂອງຫຼາຍປະເທດ… ໄດ້ເຮັດໃຫ້ປະຊາຄົມສາກົນພ້ອມກັນອອກສຽງຄັດຄ້ານ. ຫວຽດນາມ ມີພະຍານຫຼັກຖານຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ທ່ານ ຫງວຽນຮົ່ງທາວ, ຮອງປະທານຄະນະກຳມະການກົດໝາຍສາກົນສະຫະປະຊາຊາດ, ເນັ້ນໜັກວ່າ.
        “ເລື່ອງຈີນ ສ້າງຕັ້ງບັນດາທີ່ໝັ້ນການທະຫານຢູ່ບັນດາເຂດດອນນ້ຳຖ້ວມນັ້ນແລ້ວ ກໍ່ຖະແຫຼງສ້າງຕັ້ງບັນດາເມືອງຢູ່ບັນດາເຂດທະເລທີ່ກວ້າງກວ່າຜືນແຜ່ນດິນຂອງບໍ່ວ່າປະເທດໃດໃນອາຊຽນ ແມ່ນການລະເມີດກົດໝາຍສາກົນ, ລະເມີດສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແລະ ລະເມີດອະທິປະໄຕຂອງບັນດາປະເທດຢູ່ອ້ອມແອ້ມທະເລຕາເວັນອອກ, ໃນນັ້ນມີຫວຽດນາມ. ການກະທຳດັ່ງກ່າວຈະເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດໃນໄລຍະດຳເນີນການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຫຼຸດລົງ; ສິ່ງດັ່ງກ່າວຍັງແນໃສ່ປະຕິເສດບັນດາຄຳຕັດສິນຂອງສານຍຸຕິທຳປີ 2016 ແລະ ຈຳກັດສິດເສລີໃນການໄປມາຂອງກ່ຳປັ່ນບັນດາປະເທດຢູ່ທະເລຕາເວັນອອກ”.
 (ແຫຼ່ງຄັດຈາກ VOV)

 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top