• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ກັບ ອາ​ຊຽນ

ວັນທີ 11 ກໍລະກົດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວ່າງອີ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດໃນພາກພື້ນຮັກສາສັນຕິພາບ, ເອກະລາດ, ພັດທະນາ ແລະ ກວມລວມ.

ວັນທີ 11 ກໍລະກົດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວ່າງອີ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດໃນພາກພື້ນຮັກສາສັນຕິພາບ, ເອກະລາດ, ພັດທະນາ ແລະ ກວມລວມ.

    

ທ່ານ ຫວ່າງອີລັດຖະມົນຕີກະຊວງການຕ່າງປະເທດ ຈີນ (ພາບ: TTXVN)

ກ່າວຄຳເຫັນທີ່ສຳນັກງານຄະນະເລຂາອາຊຽນ ຢູ່ ຈາກາຕາ, ປະເທດອິນໂດເນເຊຍ, ທ່ານ ຫວ່າງອີ ເນັ້ນໜັກວ່າ ຈີນ ແລະ ອາຊຽນ ຄວນສືບຕໍ່ຖືຄວາມເອົາໃຈໃສ່ອັນຊອບທຳຂອງທຸກປະເທດກ່ຽວກັບຄວາມໝ້ັ້ນຄົງ, ການແກ້ໄຂຄວາມແຕກຕ່າງກັນ ແລະ ການຂັດແຍ້ງກັນໂດຍສັນຕິວິທີຜ່ານການໂອ້ລົມສົນທະນາ ແລະ ປຶກສາຫາລື ເປັນສຳຄັນ. ສອງຝ່າຍກໍ່ຄວນສືບຕໍ່ແບ່ງປັນກາລະໂອກາດພັດທະນາ, ພ້ອມທັງພ້ອມກັນປົກປ້ອງລະບອບລະບຽບການ ການຄ້າຫຼາຍຝ່າຍ, ຮັບປະກັນຕະຫຼາດທົ່ວໂລກແຫ່ງຄວາມເສລີ ແລະ ຊຸກຍູ້ການພັດທະນາເສດຖະກິດເຊື່ອມໂຍງ.

ເຕື້ອງເຖິງຜົນສຳເລັດໃນການຮ່ວມມືດ້ານເສດຖະກິດ ແລະ ການຄ້າສອງຝ່າຍ, ທ່ານຫວ່າງອີ ໄດ້ຊີ້ແຈ້ງວ່າ ຈີນ ແລະ ອາຊຽນ ແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງກັນ, ໃນຂະນະທີ່ການລົງທຶນໂດຍກົງສອງສົ້ນໄດ້ລື່ນກາຍຕົວເລກ 310 ຕື້ USD. ທ່ານໃຫ້ຄຳໝັ້ນສັນຍາວ່າ ຈີນຈະຊຸກຍູ້ການນຳເຂົ້າສິນຄ້າກະສິກຳຂອງ ອາຊຽນ ທີ່ມີມຸນຄ່າ 150 ຕື້ USD ແລະ ສົ່ງເສີມບັນດາບໍລິສັດຈີນ ຫັນ ອາຊຽນ ກາຍເປັນສະຖານທີ່ລົງທຶນແຖວໜ້າ.

(ແຫຼ່ງຄັດຈາກ VOV)

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມຈຳນວນເງິນ 1 ຕື້ USD ໂດຍໄວ ເພື່ອຮີບດວ່ນໜູນຊ່ວຍປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນຢູ່ ຊູດັງໃຕ້.

Top