• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ກັບ ອາ​ຊຽນ ແລະ ເອີ​ລົບ

ເມື່ອໃຫ້ຂໍ້ສັງເກດຕໍ່ການພົວພັນກັບເອີລົບ, ທ່ານຫວ່າງອີ ໃຫ້ຮູ້ວ່າ ການເຈລະຈາ ແລະ ການຮ່ວມມືລະຫວ່າງຈີນ ແລະ ເອີລົບບົນພື້ນຖານເຄົາລົບເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຈະແມ່ນປັດໄຈປະກອບສ່ວນເຮັດໃຫ້ໂລກມີສະຖຽນລະພາບກ່ວາອີກ.

ທ່ານ ຫວາງອີ ກຳມະການຄະນະລັດຖະບານ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ຈີນ (ພາບ: TTXVN)

ວັນທີ 7 ມີນາ, ທ່ານ ຫວາງອີ ກຳມະການຄະນະລັດຖະບານ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ຈີນ ໄດ້ຕີລາຄາສູງການພົວພັນຮ່ວມມືກັບອາຊຽນ ແລະ ເອີລົບ, ພ້ອມທັງຮຽກຮ້ອງໃຫ້ອາເມລິກາ, ຍີ່ປຸ່ນ ຮັກສາການພົວພັນສອງຝ່າຍຢ່າງຖືກທິດ ກັບ ປັກກິ່ງ. ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ນອກກອງປະຊຸມຄັ້ງທີ 5 ຂອງສະພາແຫ່ງຊາດຈີນ ຊຸດທີ XIII, ທ່ານຫວາງອີ ໃຫ້ຮູ້ວ່າ ການພົວພັນອາຊຽນ ແລະ ຈີນ ແມ່ນບໍ່ມີເຂດຈຳກັດ ແລະ ແມ່ນປັດໄຈປົກປ້ອງສະຖຽນລະພາບຢູ່ເຂດອາຊີ - ປາຊີຟິກ.

ເມື່ອໃຫ້ຂໍ້ສັງເກດຕໍ່ການພົວພັນກັບເອີລົບ, ທ່ານຫວ່າງອີ ໃຫ້ຮູ້ວ່າ ການເຈລະຈາ ແລະ ການຮ່ວມມືລະຫວ່າງຈີນ ແລະ ເອີລົບບົນພື້ນຖານເຄົາລົບເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຈະແມ່ນປັດໄຈປະກອບສ່ວນເຮັດໃຫ້ໂລກມີສະຖຽນລະພາບກ່ວາອີກ.

ກ່ຽວກັບການພົວພັນກັບອາເມລິກາ, ທ່ານ ຫວາງອີ ເລັ່ງທວງ ວໍຊິງຕັນ ນຳນະໂຍບາຍກັບຄືນໃຫ້ຖືກທິດ, ນຳການພົວພັນສອງຝ່າຍກັບຄືນສູ່ເສັ້ນທາງພັດທະນາຢ່າງໂປງໄສ ແລະ ເປັນປົກກະຕິ. ຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ແລ້ວ, ປັກກິ່ງ ແລະ ວໍຊິງຕັນ ຕ້ອງປ່ຽນ “ການແກ້ງແຍ່ງ - ຮ່ວມມື - ຄູ່ແຂ່ງ” ເປັນ 3 ຫຼັກການລວມມີ: ເຄົາລົບເຊິ່ງກັນແລະກັນ, ດຳລົງຊີວິດຢ່າງມີສັນຕິພາບ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

ກ່ຽວກັບການພົວພັນກັບຍີ່ປຸ່ນ, ທ່ານ ຫວາງອີ ໄດ້ຮຽກຮ້ອງໃຫ້ ໂຕກຽວ ຮັກສາການພົວພັນສອງຝ່າຍຢ່າງຖືກທິດ, ເພີ່ມທະວີຄວາມມານະພະຍາຍາມຊຸກຍູ້ການພົວພັນຕາມທິດສັນຕິພາບ ແລະ ສະໜິດສະໜົມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top