• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນສະໜັບສະໜູນວິທີສໍາຜັດລວມມີ 5 ຂໍ້ໃນບັນຫານິວເຄຼຍຂອງອີຣານ

      ທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ ຫວາງອີ ໄດ້ຍົກອອກຂໍ້ສະເໜີແນະ ເຊິ່ງລວມມີ 5 ຂໍ້ ທີ່ການປະຊຸມຂ່າວ ພາຍຫຼັງການເຈລະຈາຂັ້ນລັດຖະມົນຕີຄັ້ງທໍາອິດ ລະຫວ່າງອີຣານ ກັບ 5 ປະເທດຍັງເຫຼືອ ທີ່ເຂົ້າຮ່ວມຂໍ້ຕົກລົງອີຣານ ຄື ຝລັ່ງ, ເຢຍລະມັນ, ລັດເຊຍ, ອັງກິດ ແລະ ຈີນ ຢູ່ນະຄອນຫຼວງວຽນນາ, ປະເທດໂອຕາລິດ ນັບແຕ່ເມື່ອ ອາເມລິກາ ປະກາດຖອນຕົວອອກຈາກຂໍ້ຕົກລົງອີຣານ ທີ່ມີຊື່ວ່າ JCPOA.

ທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ ຫວາງອີ ທີ່ກອງປະຊຸມ ຢູ່ວຽນນາ ໃນວັນທີິ 6/7
(ພາບ: AFP/TTXVN)
      ຈີນສະໜັບສະໜູນວິທີສໍາຜັດລວມມີ 5 ຂໍ້ ໃນບັນຫານິວເຄຼຍຂອງອີຣານ ເຊິ່ງລະອຽດຄື ປະຕິບັດບັນດາຂໍ້ກໍານົດສາກົນ; ປະຕິບັດແຜນການດໍາເນີນງານຮ່ວມຮອບດ້ານ ( JCPOA) ຢ່າງເຂັ້ມງວດ; ຮັກສາສະຖຽນລະພາບຢູ່ຕາເວັນອອກກາງ; ຍົກເລີກບັນດາມາດຕະການລົງໂທດແບບລໍາພັງຝ່າຍດຽວ; ເອົາໃຈໃສ່ເປັນພິເສດເຖິງການສົນທະນາ ແລະການປຶກສາ. ທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ ຫວາງອີ ໄດ້ຍົກອອກຂໍ້ສະເໜີແນະ ເຊິ່ງລວມມີ 5 ຂໍ້ ທີ່ການປະຊຸມຂ່າວ ພາຍຫຼັງການເຈລະຈາຂັ້ນລັດຖະມົນຕີຄັ້ງທໍາອິດ ລະຫວ່າງອີຣານ ກັບ 5 ປະເທດຍັງເຫຼືອ ທີ່ເຂົ້າຮ່ວມຂໍ້ຕົກລົງອີຣານ ຄື ຝລັ່ງ, ເຢຍລະມັນ, ລັດເຊຍ, ອັງກິດ ແລະ ຈີນ ຢູ່ນະຄອນຫຼວງວຽນນາ, ປະເທດໂອຕາລິດ ນັບແຕ່ເມື່ອ ອາເມລິກາ ປະກາດຖອນຕົວອອກຈາກຂໍ້ຕົກລົງອີຣານ ທີ່ມີຊື່ວ່າ JCPOA.
        ຕາມທ່ານ ຫວາງອີ ແລ້ວ, ບັນດາຝ່າຍເຂົ້າຮ່ວມກອງປະຊຸມນີ້ ໄດ້ໃຫ້ຄໍາໝັ້້ນສັນຍາວ່າ ຈະສືບຕໍ່ເຄົາລົບ ແລະ ປະຕິບັດຕາມ ຂໍ້ຕົກລົງ JCPOA ທີ່ໄດ້ລົງນາມລະຫວ່າງເຕເຮຣານ ແລະ ກຸ່ມ P5+1 (ລວມມີ 5 ປະເທດກໍາມະການປະຈໍາ ສະພາຄວາມໝັ້ນຄົງ ສປຊ; ຝລັ່ງ, ລັດເຊຍ, ອັງກິດ, ອາເມລິກາ,ຈີນ ແລະ ເຢຍລະມັນ).
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top