• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈິນຕະນາການໃໝ່ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ມະຕິ 9 ສະບັບສວມບົດບາດກຳນົດທິດຈິນຕະນາການ, ສ້າງກຳລັງໜູນບຸກທະລຸ, ນຳ ຫວຽດນາມ ພັດທະນາຢ່າງວ່ອງໄວໃນສັງກາດໃໝ່
  ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ພາບ: VGP)  

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ດຳເນີນໄປໃນສະພາບປະເທດຊາດພວມຢືນຢູ່ຕໍ່ໜ້າໂອກາດ ແລະ ສິ່ງທ້າທາຍສະຫຼັບກັນ, ຮຽກຮ້ອງຕ້ອງມີຈິນຕະນາການຊີ້ນຳປ່ຽນແປງໃໝ່ຢ່າງແຮງ, ມີການກະທຳຢ່າງຂ້ຽວຂາດ ແລະ ວິໄສທັດອັນຍາວໄກ. ໜຶ່ງໃນບັນດາຈຸດພົ້ນເດັນສຳຄັນ, ສ່ອງແສງຢ່າງຈະແຈ້ງຈິດໃຈນັ້ນແມ່ນເລື່ອງກົມການເມືອງໄດ້ປະກາດໃຊ້ມະຕິຍຸດທະສາດ 9 ສະບັບ ເພື່ອຜັນຂະຫຍາຍບັນດານະໂຍບາຍຊີ້ຂາດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໃຫ້ມີປະສິດທິຜົນ.

        ນັບແຕ່ທ້າຍປີ 2024 ມາຮອດປະຈຸບັນ, ກົມການເມືອງໄດ້ປະກາດໃຊ້ມະຕິຍຸດທະສາດ 9 ສະບັບ ໃນຫຼາຍຂົງເຂດຫຼັກແຫຼ່ງ. ນີ້ແມ່ນບັນດາເອກະສານມີວິໄສທັດຍຸດທະສາດຮອບດ້ານໃຫ້ແກ່ໄລຍະພັດທະນາໃໝ່ຂອງ ຫວຽດນາມ; ສ້າງພື້ນຖານເພື່ອໃຫ້ ຫວຽດນາມ ປະຕິບັດ 2 ເປົ້າໝາຍ 100 ປີ: ຮອດປີ 2030, ສະເຫຼີມສະຫຼອງ 100 ປິແຫ່ງວັນສ້າງຕັ້ງພັກ: ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ. ຮອດປີ 2025, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດຊາດ: ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

ຄວາມຕັດສິນໃຈການເມືອງຢ່າງສູງສຸດ

        ມະຕິ 9 ສະບັບສວມບົດບາດກຳນົດທິດຈິນຕະນາການ, ສ້າງກຳລັງໜູນບຸກທະລຸ, ນຳ ຫວຽດນາມ ພັດທະນາຢ່າງວ່ອງໄວໃນສັງກາດໃໝ່; ເນັ້ນໜັກເຖິງບົດບາດນຳພາເປັນເອກະພາບຂອງພັກ, ການເຂົ້າຮ່ວມຢ່າງຄົບຊຸດ, ປະດິດຄິດສ້າງຂອງທັງລະບົບການເມືອງ, ພ້ອມກັບການເຂົ້າຮ່ວມຢ່າງແທດຈິງຂອງປະຊາຊົນທຸກຊັ້ນວັນນະ. ບັນດາມະຕິໄດ້ສ້າງຂຶ້ນບົນພື້ນຖານການສະຫຼຸບຈາກສະພາບຕົວຈິງ, ການຄົ້ນຄວ້າທິດສະດີ ແລະ ການຄາດຄະເນທ່າອ່ຽງພັດທະນາ, ຜ່ານນັ້ນ ກຳນົດແຈ້ງຮູບແບບບັນດາບັນຫາໃໝ່ ແລະ ຂອດບຸກທະລຸຕ້ອງສຸມໃສ່.

        ມະຕິ 9 ສະບັບໄດ້ສ່ອງແສງຢ່າງຈະແຈ້ງຈິນຕະນາການປ່ຽນແປງໃໝ່ຢ່າງຮອບດ້ານ, ມີຈຸດສຸມ, ຈຸດໜັກໃນບັນດາຂົງເຂດຫຼັກແຫຼ່ງ: ພັດທະນາເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ, ສ້າງລະບອບລະບຽບການໃຫ້ສົມບູນແບບ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ພັດທະນາວິທະຍາສາດ - ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ການສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການເຊື່ອມໂຍງເຂົ້າກັບສາກົນ.

        ກ່າວຄຳເຫັນທີ່ກອງປະຊຸມທົ່ວປະເທດຊາບຊຶມ, ຜັນຂະຫຍາຍການປະຕິບັດມະຕິເລກທີ 66 ຂອງສູນກາງພັກ ກ່ຽວກັບການປ່ຽນແປງໃໝ່ວຽກງານສ້າງ ແລະ ປະຕິບັດກົດໝາຍ ແລະ ມະຕິເລກທີ 68 ຂອງສູນກາງພັກກ່ຽວກັບການພັດທະນາເສດຖະກິດພາກເອກະຊົນຂອງກົມການເມືອງ, ວັນທີ 18 ພຶດສະພາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເນັ້ນໜັກວ່າ:

        “ສັງເກດໃນອະນາຄົດ, ພວກເຮົາກຳນົດຢ່າງຈະແຈ້ງວຽກງານທີ່ວ່າ ຢາກພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ຫວຽດນາມ ບໍ່ສາມາດເດີນຕາມແບບເກົ່າ. ພວກເຮົາກ້າຄິດວຽກງານໃຫຍ່, ການກະທຳໃຫຍ່, ປະຕິບັດບັນດາການປະຕິຮູບໃຫຍ່ ດ້ວຍຄວາມຕັດສິນໃຈດ້ານການເມືອງສູງສຸດ ແລະ ຄວາມມານະພະຍາຍາມຢ່າງໝັ້ນໜຽວທີ່ສຸດ”.

ເປັນເຈົ້າການຜັນຂະຫຍາຍ

        ເລື່ອງປະກາດໃຊ້ມະຕິຍຸດທະສາດ 9 ສະບັບໂດຍໄວນັ້ນໄດ້ຊີ້ໃຫ້ເຫັນວ່າ ພັກກອມມູນິດ ຫວຽດນາມ ໄດ້ກະກຽມຢ່າງລອບຄອບທີ່ຖ້ວນໃຫ້ແກ່ການຜັນຂະຫຍາຍໝາກຜົນກອງປະຊຸມໃຫຍ່ຄັ້ງທີ XIV ດ້ວຍວິທີສຳພັດນີ້, ພັກ ບໍ່ພຽງແຕ່ກຳນົດບັນດາເປົ້າໝາຍຈຸດສຸມເທົ່ານັ້ນ, ຫາກຍັງເອົາໃຈໃສ່ເຖິງວິທີເພື່ອບັນລຸໄດ້ເປົ້າໝາຍອີກດ້ວຍ. ຜ່ານນັ້ນ, ຈິດໃຈການກະທຳຂອງບັນດາມະຕິໄດ້ແຜ່ກະຈາຍເຖິງທຸກຂັ້ນ, ທຸກຂະແໜງການ, ແຕ່ລະຕາແສງ, ບ້ານ, ປະຊາຊົນແຕ່ລະຄົນ, ເພື່ອໃຫ້ຄວາມຄາດຫວັງກາຍເປັນການກະທຳ, ການກະທຳບັນລຸໝາກຜົນ, ແລະ ຈາກໝາກຜົນກາຍເປັນຄວາມໄວ້ເນື້ອເຊື່ອໃຈໃໝ່.

        ບໍ່ພຽງແຕ່ມີຄວາມໝາຍໃນການກະກຽມເທົ່ານັ້ນ, ມະຕິຍຸດທະສາດ 9 ສະບັບຍັງສະແດງໃຫ້ເຫັນຈິນຕະນາການກ້າວເດີນກ່ອນ, ເປີດທາງ. ແທນທີ່ກອງປະຊຸມໃຫຍ່ສິ້ນສຸດລົງ ຈຶ່ງປະກາດໃຊ້ບັນດາມະຕິຫົວເລື່ອງສະເພາະ, ພັກ ໄດ້ເປັນເຈົ້າການສ້າງຂອບນະໂຍບາຍ ແລະ ກຳນົດທິດການກະທຳໃຫ້ແກ່ໄລຍະພັດທະນາໃໝ່. ຍ້ອນເຫດນັ້ນ, ການຈັດຕັ້ງປະຕິບັດມະຕິອາດສາມາດຜັນຂະຫຍາຍຢ່າງວ່ອງໄວ, ຄົບຊຸດພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV. ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ໃຫ້ຂໍ້ສັງເກດວ່າ:

        “ສະແດງໃຫ້ເຫັນບັນດາສິ່ງທີ່ໃໝ່ອ່ຽມແມ່ນບັນດາທັດສະນະ, ແນວຄິດໃນຮ່າງເອກະສານ, ໄດ້ຫັນເປັນລະອຽດຢ່າງເລິກເຊິ່ງກ່ອນຈັດກອງປະຊຸມໃຫຍ່ ດ້ວຍລະບົບມາດຕະການແກ້ໄຂ ແລະ ນະໂຍບາຍເພື່ອປະຕິບັດບັນດາເປົ້າໝາຍທີ່ວາງອອກໃຫ້ໄດ້”.

        ເລືຶ່ອງປະກາດໃຊ້ມະຕິຍຸດທະສາດຫຼາຍສະບັບກ່ອນຈັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ເປັນສິ່ງພິສູດໃຫ້ເຫັນຈິນຕະນາການໃໝ່, ເປັນເຈົ້າການ ແລະ ວິໄສທັດອັນຍາວໄກຂອງພັກ. ນີ້ບໍ່ພຽງແຕ່ແມ່ນພື້ນຖານສຳຄັນໃຫ້ແກ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງຢ່າງແຮງ ໃນເລື່ອງນຳບັນດາການກຳນົດທິດຍຸດທະສາດໃຫ້ກາຍເປັນໝາກຜົນລະອຽດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດໃນໄລຍະໃໝ່.

ມະຕິຍຸດທະສາດ 09 ສະບັບ, ລວມມີ:

-     ມະຕິເລກທີ 57 ຂອງສູນກາງວ່າດ້ວຍຂອດບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ (ປະກາດໃຊ້ໃນວັນທີ 22 ທັນວາ 2024).

-     ມະຕິເລກທີ 59 ຂອງສູນກາງງວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ (ປະກາດໃຊ້ໃນວັນທີ 24 ມັງກອນ 2025).

-     ມະຕິເລກທີ 66 ຂອງສູນກາງວ່າດ້ວຍການປ່ຽນແປງໃໝ່ວຽກງານສ້າງ ແລະ ປະຕິບັດກົດໝາຍຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນສັງກາດໃໝ່ (ປະກາດໃຊ້ໃນວັນທີ 30 ເມສາ 2025).

-     ມະຕິເລກທີ 68 ຂອງສູນກາງວ່າດ້ວຍການພັດທະນາເສດຖະກິດພາກເອກະຊົນ (ປະກາດໃຊ້ໃນວັນທີ 04 ພຶດສະພາ 2025).

-     ມະຕິເລກທີ 70 ຂອງສູນກາງວ່າດ້ວຍການຮັບປະກັບຄວາມປອດໄພດ້ານພະລັງງານແຫ່ງຊາດຮອດປີ 2030, ວິໄສທັດຮອດປີ 2045 (ປະກາດໃຊ້ໃນວັນທີ 20 ສິງຫາ 2025).

-     ມະຕິເລກທີ 71 ຂອງສູນກາງວ່າດ້ວຍຂອດບຸກທະລຸໃນການພັດທະນາການສຶກສາ ແລະ ບຳລຸງສ້າງ (ປະກາດໃຊ້ໃນວັນທີ 22 ສິງຫາ 2025).

-     ມະຕິເລກທີ 72 ຂອງສູນກາງວ່າດ້ວຍມາດຕະການແກ້ໄຂບຸກທະລຸຈຳນວນໜຶ່ງ, ເພີ່ມທະວີການປົກປ້ອງ, ເບິງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນ (ປະກາດໃຊ້ໃນວັນທີ 09 ກັນຍາ 2025).

-     ມະຕິເລກທີ 79 ຂອງສູນກາງວ່າດ້ວຍການພັດທະນາເສດຖະກິດພາກລັດ (ປະກາດໃຊ້ໃນວັນທີ 06 ມັງກອນ 2026).

-     ມະຕິເລກທີ 80 ຂອງສູນກາງວ່າດ້ວຍການພັດທະນາເສດວັດທະນະທຳ ຫວຽດນາມ (ປະກາດໃຊ້ໃນວັນທີ 07 ມັງກອນ 2026).

(ແຫຼ່ງຄັດຈາກ VOV)

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ເຊັ່ນ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ, ສະຖານີໂທລະພາບແຫ່ງຊາດ ລາວ, ໜັງສືພິມປະຊາຊົນ, Vientiane Times, ປະເທດລາວ, ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

Top