• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈິດໃຈພັກ-ຈິດໃຈຂອງປະຊາຊົນ ແລະ ຄວາມຄາດຫວັງພັດທະນາປະເທດຊາດໃຫ້ເຂັ້ມແຂງແຮງກ້າ

      ວັນທີ 03 ກຸມພາ, ພັກກອມມູນິດ ຫວຽດນາມ ສືບຕໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບ “ຜົນປະໂຫຍດຂອງຊາດ” ແມ່ນຜົນປະໂຫຍດຂອງພັກ.
ນັບແຕ່ວັນທີ 03 ກຸມພາ 1930, ຫວຽດນາມ ພວມຢູ່ໃນເສັ້ນທາງພັດທະນາໃໝ່ ດ້ວຍກາລະໂອກາດ
 ແລະ ສິ່ງທ້າທາຍໃໝ່(ພາບປະກອບ: TTXVN)
      ວັນທີ 03 ກຸມພາ, ປະເທດຊາດຕ້ອນຮັບບຸນເຕັດປີຂານ 2022 ຢ່າງເບີກບານມ່ວນຊື່ນ ແລະ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ມີຄວາມປິຕິຊົມຊື່ນສະເຫຼີມສະຫຼອງເຫດການ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2022).
        ວັນທີ 03 ກຸມພາ, ພັກກອມມູນິດ ຫວຽດນາມ ສືບຕໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບ “ຜົນປະໂຫຍດຂອງຊາດ” ແມ່ນຜົນປະໂຫຍດຂອງພັກ. ສິ່ງດັ່ງກ່າວພວມສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດ, ມີລັກສະນະວັດທະນະທຳມະນຸດທີ່ສຸດໃນຍຸດທະສາດຂອງພັກ, ລັດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ນັ້ນແມ່ນຕໍ່ໜ້າອາດຈະຮັບຄວາມເສຍຫາຍທາງດ້ານເສດຖະກິດ ແຕ່ຕ້ອງປົກປ້ອງຊີວິດອິນຊີຂອງປະຊາຊົນ, ຮັບປະກັນຊີວິດສັງຄົມ. ຍຸດທະສາດນັ້ນໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາຜ່ານບັນດາກົນໄກ, ນະໂຍບາຍໜູນຊ່ວຍຢ່າງທັນການ, ມີໄຫວພິບ ເພື່ອແນໃສ່ຮັບປະກັນຊີວິດສັງຄົມ, ຊ່ວຍໃຫ້ຜູ້ອອກແຮງງານນັບລ້ານຄົນ ແລະ ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ.
        92 ປີຜ່ານພົ້ນໄປແລ້ວ, ນັບແຕ່ວັນທີ 03 ກຸມພາ 1930, ຫວຽດນາມ ພວມຢູ່ໃນເສັ້ນທາງພັດທະນາໃໝ່ ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍໃໝ່. ເພື່ອປະຕິບັດເປົ້າໝາຍ ຫວຽດນາມ ເຂັ້ມແຂງແຮງກ້າໃນປີ 2045 ຢ່າງມີໄຊ, ພັກ, ລັດໄດ້ຖືຜົນປະໂຫຍດຂອງຊາດ ແລະ ຄວາມຜາສຸກຂອງປະຊາຊົນມາກ່ອນ ແລະ ຢູ່ເໜືອກວ່າສິ່ງໃດໝົດ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ ເສົາຄ້ຳຂອງລັດທິຫຼາຍຝ່າຍ

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”

ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.

Top