• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ເພີ່ມ​ຂຶ້ນ​​ໄວ, ​ສ​ປ​ປ.ລາວ ​ອອກ​ຂໍ້​ຕົ​ກ​ລົງ​ປິດ​ການ​ເດີນ​ທາ​ງ​ເຂົ້າ​ອອກ​ນະ​ຄອນຫຼວງວຽງ​ຈັນ

ສປປ ລາວ ອອກຂໍ້ຕົກລົງປິດການເດີນທາງເຂົ້າອອກນະຄອນຫຼວງ ວຽງຈັນ ເປັນການຊົ່ວຄາວ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19. ຂໍ້ຕົກລົງດັ່ງກ່າວ ເລີ່ມປະຕິບັດແຕ່ເວລາ 6 ໂມງ 00 ນາທີ ຂອງວັນທີ 22 ເມສາ ຫາເວລາ 24 ໂມງຂອງວັນທີ 5 ພຶດສະພາ. 
ດ່ານກວດຄົນເຂົ້າອອກນະຄອນຫຼວງ ວຽງຈັນ

ບຸກຄົນທີ່ປະຕິບັດໜ້າທີ່ ແລະ ຂົນສົ່ງສິນຄ້າ ທີ່ໄດ້ຮັບການອະນຸຍາດຈາກ ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ໂຄວິດ - 19 ຈຶ່ງຈະໄດ້ເຂົ້າ - ອອກນະຄອນຫຼວງ ສ່ວນປະຊາຊົນນະຄອນຫຼວງ ຈະໃຫ້ອອກຈາກເຮືອນ ກໍພຽງແຕ່ເມື່ອໄປຊື້ເຄື່ອງໃຊ້ສອຍທີ່ຈຳເປັນ. ລາວ ກໍສືບຕໍ່ປິດປະຕູດ່ານຊາຍແດນສາກົນ, ດ່ານປະເພນີ ທາງບົກ ແລະ ທາງນ້ຳ ທີ່ຕິດກັບບັນດາປະເທດໃກ້ຄຽງ  ເຊິ່ງໂລກລະບາດພວມແຜ່ລະບາດໃນຊຸມຊົນ, ເວັ້ນເສຍແຕ່ກໍລະນີຈຳເປັນ ແລະ ບັນດາການເຄື່ອນໄຫວຂົນສົ່ງສິນຄ້າ ທີ່ໄດ້ຮັບການອະນຸຍາດ; ສືບຕໍ່ປິດປະຕູບັນດາສະຖານທີ່ບັນເທີງ, ຮ້ານຄາຣາໂອເກະ, ພັດທະຄານ, ຮ້ານກາເຟອີນເຕີແນັດ, ຮ້ານນວດ, ສູນຟິດເນັດ ແລະ ສູນກິລາ ໃນຂອບເຂດທົ່ວປະເທດ.

        ລັດຖະບານ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການປິດການເດີນທາງເຂົ້າອອກນະຄອນຫຼວງ ວຽງຈັນ ພາຍຫຼັງທີ່ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 26 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນເວລາ 24 ຊົ່ວໂມງຜ່ານມາ. ນີ້ແມ່ນຄັ້ງທຳອິດ ທີ່ລາວ ຢັ້ງຢືນມີຈຳນວນຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ພາຍໃນວັນຢູ່ໃນລະດັບ 2 ຕົວເລກ ນັບແຕ່ເມື່ອໂລກລະບາດແຜ່ລະບາດຢູ່ປະເທດນີ້ ໃນເດືອນ ມີນາ 2020 ມານີ້.

 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top