• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນທົ່ວໂລກສືບຕໍ່ເພີ່ມຂຶ້ນ

      ໄລ່ຮອດເວລາ 1 ໂມງຂອງວັນທີ 18 ກຸມພາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 110,4 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 2,4 ລ້ານຄົນ.
ອາເມລິກາ ໄດ້ຮັບການສັກວັກຊິນ ຢູ່ ສະຖານທີ່ຈອດລົດ (ພາບ: AFP)
      ຕາມເວັບໄຊສະຖິຕິ  worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 18 ກຸມພາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 110,4 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 2,4 ລ້ານຄົນ.  ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນ 24 ຊົ່ວໂມງຜ່ານມາ, ອາເມລິກາ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 67.000 ຄົນ ແລະ ມີຫຼາຍກວ່າ 2.000 ຄົນ ເສຍຊີວິດ ແລະ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດດັ່ງກ່າວ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ວັນທີ 17 ກຸມພາ, ຄະນະກຳມະການເອີຣົບ (EC) ໄດ້ແຈ້ງໃຫ້ຊາບວ່າ ບັນລຸໄດ້ຂໍ້ຕົກລົງສັ່ງຊື້ວັກຊິນກັນພະຍາດໂຄວິດ - 19 ຕື່ມອີກ 150 ລ້ານໂດສ ຈາກບໍລິສັດ Moderna ຂອງ ອາເມລິກາ ໃນປີນີ້, ເພີ່ມຂຶ້ນທົບສອງເທົ່າ ເມື່ອທຽບໃສ່ຈຳນວນວັກຊິນ ເຊິ່ງ EC ໄດ້ລົງທະບຽນໄວ້ກ່ອນໜ້ານັ້ນ. ຕາມຂໍ້ຕົກລົງສະບັບດັ່ງກ່າວແລ້ວ, ອີຢູ ຍັງສາມາດເລືອກຊື້ວັກຊິນກັນພະຍາດໂຄວິດ - 19 ຂອງ ບໍລິສັດດັ່ງກ່າວ ຕື່ມອີກ 150 ລ້ານ ໂດສ ໃຫ້ແກ່ປີ 2022.
        ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຍັງຮຽກຮ້ອງໃຫ້ໂລກຕ້ອງສ້າງແຜນການສັກວັກຊິນກັນພະຍາດໂຄວິດ - 19 ໃນທົ່ວໂລກ, ພ້ອມທັງສະເໜີ ໃຫ້ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ນໍາພາຄວາມມານະພະຍາຍາມດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top