• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນນັກທ່ອງທ່ຽວມາຢ້ຽມຢາມຫວຽດນາມຜ່ານທ່າອາກາດສະຍານບັນລຸ 52,8 ລ້ານເທື່ອຄົນ

      ໃນ 6 ເດືອນຕົ້ນປີ, ຈຳນວນຖ້ຽວບິນໄປກັບຜ່ານທ່າອາກາດສະຍານຫວຽດນາມ ບັນລຸກວ່າ 223.000 ຖ້ຽວ, ເພີ່ມຂຶ້ນ 10,6% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2017.
      ຈຳນວນນັກທ່ອງທ່ຽວເດີນທາງດ້ວຍເຮືອບິນຜ່ານບັນດາທ່າອາກາດສະຍານຫວຽດນາມ ບັນລຸ 52,8 ລ້ານເທື່ອຄົນ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2017. ກ່ຽວກັບປະລິມານສິນຄ້າຂົນສົ່ງຜ່ານບັນດາທ່າອາກາດສະຍານບັນລຸກວ່າ 720.000 ໂຕນ, ເພີ່ມຂຶ້ນ 9,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ຕະຫຼາດຂົນສົ່ງຜູ້ໂດຍສານທັງໝົດບັນລຸ 35,4 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 178%; ໃນນັ້ນ, ບັນດາບໍລິສັດການບິນຫວຽດນາມ ຂົນສົ່ງຜູ້ໂດຍສານກວ່າ 25 ລ້ານເທື່ອຄົນ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2017.
      ສ່ວນບໍລິສັດໃຫຍ່ທ່າອາກາດສະຍານຫວຽດນາມ ຫາກໍ່ປະກາດຕັ້ງຄາດໝາຍບັນລຸການຂົນສົ່ງຜູ້ໂດຍສານໃຫ້ໄດ້ກວ່າ 101 ລ້ານເທື່ອຄົນໃນປີ 2018.
 (ແຫຼ່ງຄັດຈາກ VOV)
 


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top