• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈາລຶກ​ບຸນຄຸນ​ຄອບຄົວ​​ເປົ້າໝາຍ​ນະ​ໂຍບາຍ ​ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ

ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 73 ປີ (27/07/1947 – 27/07/2020), ຫຼາຍທ້ອງຖິານໃນທົ່ວປະເທດໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອຈາລຶກບຸນຄຸນບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

ບັນດາຜູ້ແທນໄປວາງພວງມາລາ, ຈູດທູບໃຕ້ທຽນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ (ພາບ: TTXV)

ຕອນເຊົ້າວັນທີ 27 ກໍລະກົດ, ຄະນະຜູ້ແທນຄະນະພັກນະຄອນຮ່າໂນ້ຍ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໂດຍທ່ານປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຫງວຽນແທັ່ງລອງ ນໍາໜ້າ, ໄດ້ໄປວາງພວງມາລາ, ຈູດທູບໃຕ້ທຽນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ໂດຍຄົງເຕັນ ແລະສຸສານ ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ລາກແກ໋ງ ນະຄອນໂຮ່ຈີມິນ.

        ກໍໃນຕອນເຊົ້າວັນທີ 27 ກໍລະກົດ, ແຂວງເຮົ້າຢາງກໍໄດ້ຈັດຕັ້ງພິທີ ຍ້ອງຍໍ, ຊົມເຊີຍລະດັບລັດ, ພົບປະກັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

        ເນື່ອງໃນໂອກາດນີ້, ຄະນະກໍາມະການປະຊາຊົນແຂວງ ຮຶງອຽນ ໄດ້ຕົກລົງ ຈ່າຍ 26,3 ຕື້ ດົ່ງ ເພື່ອຢ້ື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ ແລະ ສູນເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປ່ວຍ ບາງແຫ່ງ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top