ເນື່ອງໃນໂອກາດນີ້, ໜັງສືພິມສະບັບຕ່າງໆສະບັບອອກວັນທີ 2 ກັນຍາ ເອົາລົງຫຼາຍຂ່າວ, ບົດໃນໜ້າຫຼັກກ່ຽວກັບເຫດການປະຫວັດສາດນີ້. ດ້ວຍຫົວຂໍ້ວ່າ “ຮັກສາຄຳສາບານເອກະລາດເພື່ອເປົ້າໝາຍປະເທດຊາດໝັ້ນຄົງເຂັ້ມແຂງ”, ບົດນຳຂອງໜັງສືພິມ ເຍິນເຍີນ (ປະຊາຊົນ), ອົງການກະບອກສຽງສູນກາງຂອງພັກກອມມູນິດ ຫວຽດນາມ, ຢືນຢັນວ່າ 81 ປີຜ່ານມາ, ບົດຖະແຫຼງປະກາດເອກະລາດອະມະຕະຍາມໃດກໍ່ດັງຂຶ້ນຄືດັ່ງຄຳສາບານອັນສັດຊື່ບໍລິສຸດກ່ຽວກັບສິດດຳລົງຊີວິດ, ສິດເສລີ ແລະ ສິດມີຄວາມຜາສຸກຂອງທັງຊາດ ຫວຽດນາມ. ຄຸນຄ່າຍືນຍົງຂອງ 6 ຕົວໜັງສື “ເອກະລາດ - ເສລີພາບ - ຜາສຸກ” ບໍ່ພຽງແຕ່ແມ່ນຄຳຂວັນພາຍໃຕ້ຊື່ຂອງຊາດເທົ່ານັ້ນ, ຫາກຍັງແມ່ນຄຳສາບານດ້ານການເມືອງ, ແມ່ນໄມ້ຫຼ້າວັດແທກສູງສຸດຕໍ່ທຸກແນວທາງ, ນະໂຍບາຍ.
ໃນຂະນະນັ້ນ, ບົດຂຽນ “ບົດຖະແຫຼງປະກາດເອກະລາດປີ 1945 ແລະ ຄຳສາບານປົກປັກຮັກສາປະເທດຊາດ” ຂອງທ່ານພົນຈັດຕະວາ, ຮອງສາດສະດາຈານ, ປະລິນຍາເອກ ຫງວຽນວັນເຊົາ, ຮອງຫົວໜ້າວິທະຍາຄານຍຸດທະສາດ ແລະ ປະຫວັດສາດປ້ອງກັນຊາດ ຫວຽດນາມ ເອົາລົງໃນໜັງສືພິມກອງທັບປະຊາຊົນສະບັບອອກວັນທີ 02 ກັນຍາ ໄດ້ຢືນຢັນວ່າ ຖ້າປີ 1945, ທັງຊາດລຸກຮື້ຂຶ້ນເພື່ອຍາດເອົາອຳນາດສິດມີຊີວິດຂອງຕົນ, ປະຈຸບັນນີ້, ທັງຊາດຕ້ອງຮ່ວມແຮງຮ່ວມໃຈ ເຮັດໃຫ້ສິດມີຊີວິດນັ້ນ ຍິ່ງມີເນື້ອໃນຢ່າງຄົບຖ້ວນກວ່າ: ປະເທດໜຶ່ງມີເອກະລາດ, ມີອະທິປະໄຕ, ຮັ່ງມີເຂັ້ມແຂງ, ເສລີ, ປະຊາຊົນມີຊິວິດອີມໜຳສຳລານ, ອິດສະລະພາບ, ສົມບຸນພູນສຸກ ແລະ ມີທີ່ຕັ້ງເໝາະສົມໃນປະຊາຄົມສາກົນ.






