ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ ປີ 2025 (ວັນທີ 6 ຕຸລາ, ກົງກັບວັນເພັງ ເດືອນ 8 ໄລ່ຕາມຈັນທະປະຕິທິນ), ໜ່ວຍປະຕິບັດງານ ຫວຽດນາມ ປະຈຳຄະນະຮັກສາສັນຕິພາບ ສປຊ ຢູ່ ສ.ອາຟະລິກາກາງ (MINUSCA) ໄດ້ຈັດລາຍການພົບປະແລກປ່ຽນວັດທະນະທຳພິເສດໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ເຮືອນແຫ່ງເມດຕາປານີ, ຢູ່ນະຄອນຫຼວງ Bangui, ສ. ອາຟະລິກາກາງ. ເຫດການດັ່ງກ່າວໄດ້ສ້າງຂີດໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ, ທັງແຜ່ກະຈາຍມູນເຊື້ອອັນດີງາມຂອງ ຫວຽດນາມ, ທັງຮັດແໜ້ນໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ອາຟະລິກາກາງ.
ກ່າວຄຳເຫັນໄຂລາຍການ, ທ່ານພັນຕີ ຢຸຍວັນເຊີນ, ຫົວໜ້າໜ່ວຍປະຕິບັດງານກະຊວງປ້ອງກັນປະເທດ ຫວຽດນາມ ປະຈຳ ຄະນະຮັກສາສັນຕິພາບ ສປຊ ຢູ່ ສ.ອາຟະລິກາກາງ, ແບ່ງປັນວ່າ:
“ພວກຂ້າພະເຈົ້າ ຈັດບັນດາກິດຈະກຳທີ່ເປັນມູນເຊື້ອຂອງ ຫວຽດນາມ ໃຫ້ພວກຫຼານອະນຸຊົນ, ເຍົາວະຊົນເຂົ້າຮ່ວມ, ເຊັ່ນ: ແຕ້ມ, ທາສີ, ການລະຫຼີ້ນພື້ນເມືອງ, ແຫ່ໂຄມໄຟວັນບຸນໄຫວ້ພະຈັນ. ພວກຂ້າພະເຈົ້າດີໃຈຫຼາຍເມື່ອເຫັນວ່າພວກຫຼານ ໄດ້ເຂົ້າຮ່ວມ ລາຍການຢ່າງຫ້າວຫັນແລະ ພິເສດແມ່ນໄດ້ແຜ່ກະຈາຍນ້ຳໃຈແຫ່ງຄວາມເມດຕາປານີ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ, ພວກຫຼານໄດ້ຮູ້ຈັກເຖິງວັນບຸນໄຫວ້ພະຈັນຂອງ ຫວຽດນາມ ຢູ່ດິນແດນອາຟະລິກາກາງນີ້”.









