ຂ່າວສານ

ຈັດ​ວັນ​ບຸນ​ໄຫວ້​ພະ​ຈ​ັນ ຫວຽດ​ນາມ ​ໃຫ້​ແກ່​ເດັກ​ນ້ອຍ ອາ​ຟະ​ລິ​ກາ

ການຈັດວັນບຸນໄຫວ້ພະຈັນໄດ້ສ້າງຂີດໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ, ທັງແຜ່ກະຈາຍມູນເຊື້ອອັນດີງາມຂອງ ຫວຽດນາມ, ທັງຮັດແໜ້ນໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ອາຟະລິກາກາງ.
ການວັນບຸນໄຫວ້ພະຈັນ ໄດ້ສ້າງຮອຍຍິ້ມໃຫ້ແກ່ອະນຸຊົນຢູ່ອະຟະຣິກາກາງ (ພາບ: MINUSCA)

ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ ປີ 2025 (ວັນທີ 6 ຕຸລາ, ກົງກັບວັນເພັງ ເດືອນ 8 ໄລ່ຕາມຈັນທະປະຕິທິນ), ໜ່ວຍປະຕິບັດງານ ຫວຽດນາມ ປະຈຳຄະນະຮັກສາສັນຕິພາບ ສປຊ ຢູ່ ສ.ອາຟະລິກາກາງ (MINUSCA) ໄດ້ຈັດລາຍການພົບປະແລກປ່ຽນວັດທະນະທຳພິເສດໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ເຮືອນແຫ່ງເມດຕາປານີ, ຢູ່ນະຄອນຫຼວງ Bangui, ສ. ອາຟະລິກາກາງ. ເຫດການດັ່ງກ່າວໄດ້ສ້າງຂີດໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ, ທັງແຜ່ກະຈາຍມູນເຊື້ອອັນດີງາມຂອງ ຫວຽດນາມ, ທັງຮັດແໜ້ນໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ອາຟະລິກາກາງ.

ບັນດາສະມາຊິກໃນໜ່ວມປະຕິບັດງານຈັດວັນບຸນໄຫວ້ພະຈັນໃຫ້ເດັກໆ (ພາບ: MINUSCA)

ກ່າວຄຳເຫັນໄຂລາຍການ, ທ່ານພັນຕີ ຢຸຍວັນເຊີນ, ຫົວໜ້າໜ່ວຍປະຕິບັດງານກະຊວງປ້ອງກັນປະເທດ ຫວຽດນາມ ປະຈຳ ຄະນະຮັກສາສັນຕິພາບ ສປຊ ຢູ່ ສ.ອາຟະລິກາກາງ, ແບ່ງປັນວ່າ:

ພວກຂ້າພະເຈົ້າ ຈັດບັນດາກິດຈະກຳທີ່ເປັນມູນເຊື້ອຂອງ ຫວຽດນາມ ໃຫ້ພວກຫຼານອະນຸຊົນ, ເຍົາວະຊົນເຂົ້າຮ່ວມເຊັ່ນແຕ້ມທາສີການລະຫຼີ້ນພື້ນເມືອງແຫ່ໂຄມໄຟວັນບຸນໄຫວ້ພະຈັນພວກຂ້າພະເຈົ້າດີໃຈຫຼາຍເມື່ອເຫັນວ່າພວກຫຼານ ໄດ້ເຂົ້າຮ່ວມ ລາຍການຢ່າງຫ້າວຫັນແລະ ພິເສດແມ່ນໄດ້ແຜ່ກະຈາຍນ້ຳໃຈແຫ່ງຄວາມເມດຕາປານີ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມພວກຫຼານໄດ້ຮູ້ຈັກເຖິງວັນບຸນໄຫວ້ພະຈັນຂອງ ຫວຽດນາມ ຢູ່ດິນແດນອາຟະລິກາກາງນີ້”.


top