• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດ​ພິ​ທີມອບ - ຮັບ​ອັດ​ຖິທະ​ຫານ ອາ​ເມລິ​ກາ ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ ຫວຽດ​ນາມ

ລັດຖະບານ ສອງປະເທດ ຫວຽດນາມ ແລະ ອາເມລິກາ ໄດ້ປະຕິບັດບັນດາຄວາມມານະພະຍາຍາມດັ່ງກ່າວມາເປັນເວລາ 35 ປີ, ໂດຍເລີ່ມແຕ່ປີ 1988. ໄລ່ມາຮອດປັດຈຸບັນ, ມີອັດຖິຂອງທະຫານ ອາເມລິກາ 733 ຊຸດ ທີ່ຫາຍສາບສູນໃນປາງສົງຄາມ ຫວຽດນາມໄດ້ຮັບການຢັ້ງຢືນແລ້ວ.
ການສົ່ງອັດຖິທະຫານ ອາເມລິກາ ກັບຄືນເມືອປະເທດ ຈັດຂຶ້ນຢູ່ສະໜາມບິນສາກົນ ດ່າໜັງ ໃນວັນທີ 27 ມິຖຸນາ

ວັນທີ 27 ມິຖຸນາ, ກະຊວງປ້ອງກັນປະເທດ ອາເມລິກາ ແລະ ຫ້ອງການຄົ້ນຫາຜູ້ຫາຍສາບສູນ ຫວຽດນາມ ໄດ້ຈັດພິທີສົ່ງອັດຖິທະຫານ ອາເມລິກາ ກັບຄືນເມືອປະເທດ ຄັ້ງທີ 161, ມອບ - ຮັບ ອັດຖິທະຫານ ອາເມລິກາ 1 ຊຸດ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ ຫວຽດນາມ ຢູ່ທີ່ສະໜາມບິນສາກົນ ດ່າໜັງ, ນະຄອນ ດ່າໜັງ. ການຊອກຫາອັດຖິດັ່ງກ່າວ ແມ່ນໝາກຜົນຂອງການເຄື່ອນໄຫວຊອກຫາປະສົມ ຄັ້ງທີ 151 ຢູ່ ເງະອານ, ກວ໋າງບິ່ງ ແລະ ນອກຝັ່ງທະເລ ແຂວງ ແຄັງຮວ່າ. ບັນດາຜູ້ຕາງໜ້າຂອງສະຖານທູດ ອາເມລິກາ ປະຈໍາ ຮ່າໂນ້ຍ ແລະ ກົງສູນໃຫຍ່ ອາເມລິກາ ປະຈຳ ນະຄອນ ໂຮ່ຈີມິນ ແລະ ສະຖານທູດປະເທດອື່ນໆ ໄດ້ເຂົ້າຮ່ວມເຫດການດັ່ງກ່າວ. ຈຸດປະສົງຂອງຄວາມມານະພະຍາຍາມມະນຸດສະທຳນີ້ ແມ່ນຊອກຫາບັນດາທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ. ລັດຖະບານ ສອງປະເທດ ຫວຽດນາມ ແລະ ອາເມລິກາ ໄດ້ປະຕິບັດບັນດາຄວາມມານະພະຍາຍາມດັ່ງກ່າວມາເປັນເວລາ 35 ປີ, ໂດຍເລີ່ມແຕ່ປີ 1988. ໄລ່ມາຮອດປັດຈຸບັນ, ມີອັດຖິຂອງທະຫານ ອາເມລິກາ 733 ຊຸດ ທີ່ຫາຍສາບສູນໃນປາງສົງຄາມ ຫວຽດນາມໄດ້ຮັບການຢັ້ງຢືນແລ້ວ.  

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top