• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດການ​ໂອ້​ລົມ​​ກ່ຽວ​ກັບວັນ​ມູນ​ເຊື້ອຊ່ຽວ​ຊານ​ຕຳຫຼວດ ຫວຽດ​ນາມ ຢູ່ ລາວ ຄົບ​ຮອບ 60 ປີ

ຕອນເຊົ້າວັນທີ 21 ມີນາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ລາວ ທີ່ນະຄອນຫຼວງ ວຽງຈັນ ໄດ້ຈັດຕັ້ງການໂອ້ລົມກ່ຽວກັບວັນມູນເຊື້ອນັກຊ່ຽວຊານຕຳຫຼວດ ຫວຽດນາມ ຢູ່ ລາວ ຄົບຮອບ 60 ປີ ໂດຍອົງການຜູ້ຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳ ລາວ ສົມທົບກັບສະຖານທູດ ຫວຽດນາມ ຈັດຕັ້ງ.
ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມ (ພາບ: TTXVN)

ເຂົ້າຮ່ວມການໂອ້ລົມດັ່ງກ່າວ ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ, ຜູ້ຕາງໜ້າສະມາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ, ຜູ້ແທນສະມາຄົມຊາວ ຫວຽດນາມ ອາໄສ ຢູ່ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າບັນດາວິສາຫະກິດ ຫວຽດນາມ ທີ່ພວມດຳເນີນທຸລະກິດ ຢູ່ ລາວ, ພະນັກງານ, ພາລະກອນສະຖານທູດ, ບັນດາອົງການອ້ອມຂ້າງສະຖານທູດ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ ວຽງຈັນ ແລະ ນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ ວຽງຈັນ.

        ໃນການໂອ້ລົມ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໃຫ້ຮູ້ວ່າ ໃນບັນດາສາຍພົວພັນສາກົນຂອງ ຫວຽດນາມ ນັ້ນ, ສາຍພົວພັນລະຫວ່າງ ລາວ ແລະ ຫວຽດນາມ ແມ່ນສາຍພົວພັນພິເສດ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ ໃນໄລຍະຈະມາເຖິງ, ກຳລັງປ້ອງກັນຄວາມສະຫງົບສອງປະເທດ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງກຳລັງຕຳຫຼວດສອງປະເທດເວົ້າສະເພາະ ແລະ ລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ.

 
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top