• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດການຝຶກຊ້ອມກູ້ໄພກູ້ຊີບເປັນຄັ້ງທຳອິດລະຫວ່າງກອງທັບ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ

ການຝຶກຊ້ອມໄດ້ສຸມໃສ່ 2 ເນື້ອໃນຕົ້ນຕໍແມ່ນການກູ້ໄພກູ້ຊີບທາງນ້ຳ ແລະ ທາງບົກ
  ຜູ້ແທນເຂົ້າຮ່ວມການຝຶກຊ້ອມກູ້ໄພກູ້ຊີບຮ່ວມລະຫວ່າງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ (ພາບ: TTXVN)  

ວັນທີ 15 ກັນຍາ, ຢູ່ເມືອງ ນາໄຊທອງ, ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນການຝຶກຊ້ອມກູ້ໄພກູ້ຊີບຮ່ວມລະຫວ່າງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ. ນີ້ແມ່ນການຝຶກຊ້ອມເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນຕາມຂໍ້ຕົກລົງຂອງບັນດາລັດຖະມົນຕີເຂົ້າຮ່ວມກອງປະຊຸມປ້ອງກັນປະເທດ ກຳປູເຈຍ - ລາວ - ຫວຽດນາມ ເຊິ່ງດຳເນີນເມື່ອປີ 2019 ຢູ່ຮ່າໂນ້ຍ.

ການຝຶກຊ້ອມໄດ້ສຸມໃສ່ 2 ເນື້ອໃນຕົ້ນຕໍແມ່ນການກູ້ໄພກູ້ຊີບທາງນ້ຳ ແລະ ທາງບົກ ດ້ວຍການເຂົ້າຮ່ວມຂອງພະນັກງານ, ນັກຮົບຂອງກອງທັບ 3 ປະເທດເກືອບ 500 ຄົນ. ທີ່ການຝຶກຊ້ອມນີ້, ບັນດາກຳລັງເຂົ້າຮ່ວມ 3 ປະເທດຈະດຳເນີນການກູ້ໄພກູ້ຊີບຢູ່ເຂດຖືກນ້ຳຖ້ວມ ແລະ ເຂດດິນເຊາະເຈືອນ; ກິດຈະກຳຖືກພັງທະລາຍ, ທາດເຄມີຮົ່ວໄຫຼອອກສູ່ສິ່ງແວດລ້ອມ.

(ແຫຼ່ງຄັດຈາກ VOV)

ມີ​ຜູ້​ຫາຍ​ສາບ​ສູນກວ່າ 80 ຄົນ ໃນ​ເຂດ​ທະ​ເລ ເມ​ດີ​ເຕ​ຣາ​ເນຍ

ມີ​ຜູ້​ຫາຍ​ສາບ​ສູນກວ່າ 80 ຄົນ ໃນ​ເຂດ​ທະ​ເລ ເມ​ດີ​ເຕ​ຣາ​ເນຍ

ກ່ຳ​ປັ່ນຂົນ​ສົ່ງໂດຍສານ​ຊາວ​ອົບ​ພະ​ຍົບ​ປະ​ມານ 120 ຄົນ ເດີນທາງອອກ​ຈາກ​ເທດ​ສະ​ບານ​ແຄມ​ທະ​ເລ Tajoura, ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ລີ​ບີ ໃນ​ວັນ​ທີ 05 ເມ​ສາ ຖືກ​ຂວ້ຳ​ຍ້ອນ​ນ້ຳ​ເຂົ້າໃນ​ເງື່ອນ​ໄຂສະພາບ​ອາ​ກາດ​ທີ່ປ່ຽນແປງກະທັນຫັນ.

Top