• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ບຸນ​ອາ​ຫານ​ການ​ກິນ “ນ້ຳ​ໃຈໄມ​ຕີ​ຈິດ​ມິດ​ຕະ​ພາບ​​ໃນ​ກຸ່ມ ອາ​ຊຽນ 2022”

ງານບູນອາຫານການກິນ “ນ້ຳໃຈໄມຕີຈິດມິດຕະພາບໃນກຸ່ມ ອາຊຽນ 2022” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 24 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ.
  ກິດຈະກຳດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ  

ດ້ວຍການເຂົ້າຮ່ວມຂອງຫ້າງຮ້ານເກືອບ 50 ຮ້ານ ເຊິ່ງໄດ້ປະດັບປະດາຕາມຄວາມເປັນເອກະລັກສະເພາະຂອງບັນດາປະເທດໃນ ອາຊຽນ, ໃນພິທີໄຂ, ງານບຸນດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນບັນດາປະເທດ ອາຊຽນ ທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ ເພື່ອທ່ຽວຊົມ, ຊື້ເຄື່ອງຂອງ ແລະ ຊິມອາຫານຕ່າງໆ.

ໃນຂອບເຂດຂອງງານບຸນ ເຊິ່ງດໍາເນີນແຕ່ວັນທີ 24 – 27 ພະຈິກ, ນອກຈາກລາຍການສະແດງສິລະປະວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ການປະກວດຊຸດອາພອນປະຈຳຊາດແລ້ວ,  ບັນດາປະເທດ ອາຊຽນ ຍັງມີລາຍການແນະນຳສິລະປະຊົງນ້ຳຊາ, ປຸງເຫຼົ້າ, ກາເຟ; ການແຂ່ງຂັນປະດັບປະດາຫ້າງຮ້ານສວຍງາມ; ການສະແດງສິລະປະຢູ່ທ້ອງຖະໜົນ ພ້ອມດ້ວຍກິດຈະກຳເຄື່ອນໄຫວອື່ນໆອີກດ້ວຍ. ງານບຸນດັ່ງກ່າວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 55 ປີ (1967 – 2022).  

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top